ຫນ້າເວັບໂຄສະນາຂອງ ສປປ ເກົາຫລີ DPPK Today ໄດ້ກ່າວຫາ ສເກົາຫລີ ມີການກະທຳບໍ່ເຖິງຖອງສຳລັບຄຳຮຽກຮ້ອງຂອງທ່ານ Kim Jong Un ກ່ຽວກັບເລື່ອງເປີດປະຕູກຸ່ມອຸດສາຫະກຳລະຫວ່າງສປປເກົາຫລີ ແລະ ສເກົາຫລີ ຢູ່ນະຄອນຊາຍແດນ Keasong ຂອງສປປ ເກົາຫລີ ຄືນໃຫມ່ ແລະ ເຊື່ອມຕໍ່ລາຍການທ່ອງທ່ຽວເຖິງພູ Kumgang ຂອງປະເທດນີ້.

ໃນຂະນະນັ້ນ ຫນັງສືພິມລາຍສັບປະດາ Tongil Sinbo ກໍ່ມີທັດສະນະເຊັ່ນດຽວກັນ. ຫນັງສືພິມນີ້ໄດ້ຮຽກຮ້ອງ ສເກົາຫລີ ຕ້ອງມີຄຳຕອບຢ່າງຈະແຈ້ງກ່ຽວກັບຄຳຮຽກຮ້ອງດັ່ງກ່າວຂອງທ່ານ Kim Jong Un.