|
ພາບ:vietnam+ |
ກ່າວຄຳເຫັນທີ່ກອງປະຊຸມຖະແຫລງຂ່າວຢູ່ ໂຮມແຮມ Melia ຮ່າໂນ້ຍ, ທ່ານນາງ Choe Son hui ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ຊີ້ແຈ້ງທັດສະນະຂອງຕົນວ່າ ພວກຂ້າພະເຈົ້າ ຈະລົບລ້າງທັງໝົດຮາກຖານນິວເຄຼຍ Yongbyon. ຄຳຢືນຢັນດັ່ງກ່າວຖືກຍົກອອກມາ ເພື່ອແນໃສ່ຕອບຄຳຖາມທີ່ກ່ຽວຂ້ອງເຖິງຄຳວິຈານຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ວ່າ ພຽງຢາງ ບໍ່ເຮັດແຈ້ງສິ່ງທີ່ເຂົາເຈົ້າຈະພ້ອມແລ້ວປະຕິບັດໃນຂໍ້ສະເຫນີລົບລ້າງທັງໝົດຮາກຖານນິວເຄຼຍ Yongbyon.

