|
ທ່ານ Zeid Ra’ad Al Hussein, ຫົວໜ້າຫ້ອງວ່າການຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ (ພາບ: AFP/TTXVN) |
ທ່ານ Al Hussein ຖືວ່າ: ບັນດາປະເທດ ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເຣັດ (UAE), ອີຢິບ ແລະ ບາເຣັນ ໄດ້ຕັດການພົວພັນທາງດ້ານການທູດ ແລະ ເສດຖະກິດ ກັບກາຕາ ແມ່ນການກະທຳ “ກ້ວາງຂວາງໂພດນັບທັງດ້ານຂອບຂະໜາດ ແລະ ວິທີການປະຕິບັດ”. ການກະທຳນີ້ອາດຈະສົ່ງຜົນກະທົບຢ່າງໜັກໜ່ວງເຖິງຊິວິດຂອງປະຊາຊົນນັບພັນໆຄົນ, ສົ່ງຜົນສະທ້ອນຢ່າງຫຍໍ້ທໍ້ເຖິງບາງຄອບຄົວທີ່ງຖືຫຼາຍສັນຊາດ ແລະ ລູກຫຼານຂອງເຂົາເຈົ້າ, ກໍ່ຄືບັນດານັກສຶກສາພວມໄປຮຽນຢູ່ຕ່າງປະເທດ. ຕໍ່ໜ້າບັນດາຜົນຮ້າຍຢ້ອນຫຼັງດັ່ງກ່າວ, ທ່ານ Al Hussein ໄດ້ກະຕຸກຊຸກຍູ້ທຸກໆຝ່າຍກ່ຽວຂ້ອງແກ້ໄຂຄວາມບໍ່ລົງລອຍກັນຜ່ານການໂອ້ລົມສົນທະນາໂດຍໄວ ແລະ ບໍ່ຄວນມີການກະທຳທີ່ອາດຈະສົ່ງຜົນສະທ້ອນເຖິງຄວາມວັດທະນາຖາວອນ, ສຸຂະພາບ, ວຽກເຮັດງານທຳ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

