ຄະນະປະຕິບັດງານສະຫະປະຊາດປະຈຳລີບີ ຊີ້ແຈ້ງວ່າ, ພາຍໃຕ້ການອຸປະກາລະຂອງທູດສະຫະປະຊາຊາດ ທ່ານ Ghasan Salame, ມີຂໍ້ຕົກລົງຢຸດຍິງສະບັບໜຶ່ງໄດ້ຮັບການລົງນາມໃນວັນທີ 04 ກັນຍາ ເພື່ອແນໃສ່ຢຸດຕິທຸກການກະທຳທີ່ເປັນປໍລະປັກ, ປົກປ້ອງສາມັນຊົນ, ປົກປ້ອງຊັບສິນຂອງລັດ ແລະ ເອກະຊົນ ກໍຄືເປີດປະຕູສະໜາມບິນ Mitiga ຢູ່ Tripoli ຄືນໃໝ່.
ສປຊຖະແຫຼງບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ນະຄອນຫຼວງລີບີ
(VOVWORLD) -ວັນທີ 04 ກັນຍາ, ຄະນະປະຕິບັດງານສະຫະປະຊາດປະຈຳລີບີ ຖະແຫຼງວ່າ, ມີຂໍ້ຕົກລົງຢຸດຍິງສະບັບໜຶ່ງບັນລຸໄດ້ເພື່ອແນໃສ່ຢຸດຕິບັນດາການປະທະກັນທີ່ນອງເລືອດເຮັດໃຫ້ນະຄອນຫຼວງ Tripoli ຂອງລີບີ ໃນອາທິດຜ່ານມາສັ່ນສະເທືອນ.
