ບົດລາຍງານສະບັບຫຼ້າສຸດຂອງທະນາຄານ Standard Chartered ສະແດງໃຫ້ເຫັນວ່າພື້ນຖານເສດຖະກິດ ຫວຽດນາມ ສືບຕໍ່ສະແດງຄວາມສາມາດຟື້ນຟູຢ່າງຕັ້ງໜ້າໃນ 6 ເດືອນຕົ້ນປີ 2026, ໃນສະພາບການເສດຖະກິດທົ່ວໂລກຍັງຕ້ອງປະເຊີນໜ້າກັບການຜັນແປຫຼາຍຢ່າງຄື ຄວາມກົດດັນໄພເງິນເຟີ, ການປ່ຽນແປງກະແສການຄ້າ ແລະ ສະພາບແວດລ້ອມດ້ານການເງິນສາກົນຖືກຮັດກຸມວ່າ.
ບົດລາຍງານຕີລາຄາ ຫວຽດນາມ ຍັງຮັກສາໄດ້ກຳລັງຕ້ານທານທີ່ດີຕໍ່ບັນດາສິ່ງທ້າທາຍພາຍນອກ, ດ້ວຍພື້ນຖານການບໍລິໂພກພາຍໃນປະເທດທີ່ເປັນປົກກະຕິ, ການເຄື່ອນໄຫວຜະລິດ ການຄ້າຮັກສາການເຕີບໂຕ ແລະ ກະແສການຄ້າສືບຕໍ່ເປີດກວ້າງ, ເຖິງວ່າມີການດັດປັບກ່ຽວກັບຄວາມໄວເມື່ອທຽບໃສ່ກັບໄລຍະກ່ອນ.
Standard Charteredໃຫ້ຂໍ້ສັງເກດວ່າສະພາບແວດລ້ອມເສດຖະກິດມະຫາພາກຂອງ ຫວຽດນາມ ສືບຕໍ່ໄດ້ຮັບການໜູນຊ່ວຍຈາກນະໂຍບາຍການບໍລິຫານທີ່ມີໄຫວພິບ, ໃນນັ້ນ ຄາດວ່າດອກເບ້ຍຈະໄດ້ຮັກສາເປັນປົກກະຕິຢູ່ລະດັບ 4,5% ປະກອບສ່ວນຮັກສາຕະຫຼາດເງິນຕາ ແລະ ການໜູນຊ່ວຍການເຕີບໂຕໃຫ້ເປັນປົກກະຕິ.
