ວັນ​ທີ 1 ມິ​ຖຸ​ນາ, Google Cloud ປະ​ກາດ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ສູນ​ນະ​ວັດ​ຕະ​ກຳ​ແຫ່ງ​ຊາດ (NIC), ສູນ​ Startup ປະ​ດິດ​ຄິດ​ສ້າງ​ນະ​ຄອນ ໂຮ່​ຈີ​ມິນ (SIHUB), ອົງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ ສິງ​ກະ​ໂປ (EnterpriseSG) ແລະ ກະ​ຊວງ​​ສື່​ສານ ແລະ ເຕັກ​ນິກ ດີ​ຈີ​ຕອນ ອິນ​ໂດ​ເນ​ເຊຍ, ຜ່ານ​ນັ້ນ ສ້າງ​ແລວ​ນະ​ວັດ​ຕະ​ກຳ​​ເພື່ອໃຫ້ Startup AI ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເຊື່ອມ​ຕໍ່​ພາກ​ພື້ນ ກັບ Silicon Valley. ຂໍ້​ລິ​ເລີ່ມ​ໃໝ່​ມີ​ຊື່​ວ່າ Google for Startups Accelerator: ອ​າ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແນ​ໃສ່​ໜູນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ​ກໍ່ຕັ້ງ​ພັດ​ທະ​ນາ ແລະ ຫັນ​ບັນ​ດາ​ຜະ​ລິດ​ຕະ​ພັນຕົວ​ແທນ AI (agentic AI), ພ້ອມ​ທັງ ເປີດກວ້າງ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ອອກ​ສູ່​ຕະຫຼາດ​ສາ​ກົນ ໂດຍ​ຜ່ານ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ ແລະ ພັດ​ທະ​ນາ​​ຕະຫຼາດ​ພ້ອມ​ກັບ Google Cloud.

ຢູ່ ຫວຽດ​ນາມ, ໃນ 4 ປີ ຜ່ານ​ມາ, ບັນ​ດາ​ໂຄງ​ການ Google for Startups ໄດ້​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ Startups ຫວຽດ​ນາມ ກວ່າ 500 ແຫ່ງ ບັນ​ລຸ​ຂອບ​ຂະ​ໜາດ​ການ​ຄ້າ. ເລື່ອງ​ສືບ​ຕໍ່​ຮ່ວມ​ມື​ກັບ NIC ແລະ SIHUB ຈະ​ຊ່ວຍ​ໃຫ້​ບັນ​ດາ​ບໍ​ລິ​ສັດກໍ່​ຕັ້ງ ຫວຽດ​ນາມ ເຂົ້າ​ເຖິງ​ລະ​ບົບ​ນິ​ເວດ AI ຢ່າງ​ຮອບ​ດ້ານ, ການ​ບໍ​ລິ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ເຕັກ​ນິກ ແລະ ເຄືອ​ຂ່າຍ​ບັນ​ດາ​ສູນ​ເຕັກ​ໂນ​ໂລ​ຢີ​ທົ່ວ​ໂລກ.