ສິ່ງດັ່ງກ່າວໂດຍທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນໃນການພົບປະກັບທ່ານນາງ Jennifer Wicks, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສະຫະລັດ ອາເມລິກາ ປະຈຳ ຫວຽດນາມ ທີ່ດຳເນີນໃນວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ.
ນະທີ່ນີ້, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ປາດຖະໜາວ່າ ອາເມລິກາ ຈະສະໜັບສະໜູນ ຫວຽດນາມ ຈັດຕັ້ງ ປີ APEC 2027 ສຳເລັດ, ຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາບຸລິມະສິດ ແລະ ຂໍ້ລິເລີ່ມຂອງ ຫວຽດນາມ; ພ້ອມທັງປາດຖະໜາວ່າ ຈະໄດ້ຕ້ອນຮັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຂົ້າຮ່ວມສັບປະດາຂັ້ນສູງ APEC ຢູ່ ຫວຽດນາມ. ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ກໍຫວັງວ່າ ບົນພື້ນຖານບົດຮຽນປະສົບການໃນການປະຕິບັດງານ ແລະ ການນຳພາຂອງຕົນ, ທ່ານນາງເອກອັກຄະລັດຖະທູດ Jennifer Wicks ຈະມີໂອກາດແບ່ງປັນບົດຮຽນປະສົບການ, ທັກສະຊີ້ນຳນຳພາກັບພະນັກງານການທູດຍິງຂອງ ຫວຽດນາມ, ຜ່ານນັ້ນ ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ ແລະ ການເຊື່ອມຕໍ່ລະຫວ່າງແມ່ຍິງສອງປະເທດ.
ສ່ວນທ່ານນາງເອກອັກຄະລັດຖະທູດ Jennifer Wicks ຢັ້ງຢືນວ່າ ອາເມລິກາ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ຫວຽດນາມ ເປັນສຳຄັນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ຈະສົມທົບກັບກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງງຫວຽດນາມຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ແນໃສ່ຊຸກຍູ້ການແລກປ່ຽນ, ພົບປະຂັ້ນສູງແລະ ຜັນຂະຫຍາຍບັນດາຂົງເຂດຮ່ວມມືບຸລິມະສິດຢ່າງມີປະສິດທິຜົນ, ຜ່ານນັ້ນ ປະກອບສ່ວນນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທ້ຈິງ, ມີປະສິດທິຜົນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.
