ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ກ່າວຄຳເຫັນທີກ່ານຕ້ອນຮັບທ່ານເອກອັກຄະລັດຖະທູດ ແຫ່ງລັດ ປາແລດສະຕິນ Saadi Salama ເຂົ້າຢ້ຽມອຳລາເນື່ອງໃນໂອກາດປະຕິບັດສຳເລັດໜ້າທີ່ທາງການທູດຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ ພ້ອມແລ້ວສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງປະຊາຊົນ ປາແລັດສະຕິນ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຊຸກຍູ້ການຮ່ວມມືໃນຫຼາຍດ້ານກັບ ປາແລັດສະຕິນ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ Saadi Salama ຈະສືບຕໍ່ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນທີ່ເປັນມູນເຊື້ອ ແລະ ການຮ່ວມມືມິດຕະພາບ ລະຫວ່າງ ຫວຽດນາມ - ປາແລັດສະຕິນໃຫ້ຫຼາຍກວ່າອີກ.
ສ່ວນທ່ານ ເອກອັກຄະລັດຖະທູດ Saadi Salama ຢັ້ງຢືນຍາມໃດກໍ່ມີນ້ຳໃຈພິເສດ ແລະ ມຸ່ງໄປເຖິງຫວຽດນາມ, ທ່ານປາດຖະໜາ ຫວຽດນາມ ສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ໃນພາລະກິດແຫ່ງການພັດທະນາປະເທດຊາດ.
