ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ນາງ ຟ້າມ​ທິ​ແທັງ​ຈ່າ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງ WHO ຕໍ່​ການ​ພັດ​ທະ​ນາ​ຂອງລະ​ບົບ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ໃນ​ຕະຫຼອດໄລ​ຍະ 50 ປີ ຜ່ານ​ມາ. ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລ້ວ, ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ WHO ໃນ​ປັດ​ຈຸ​ບັນ ກໍ​ແມ່ນ​ບັນ​ດາ​ກຳ​ນົດ​ທິດ​ໃຫຍ່ ເຊິ່ງ ຫວຽດ​ນາມ ພວມ​ສຸມ​ໃສ່​ຜັນ​ຂະ​ຫຍາຍ, ພິ​ເສດ​ແມ່ນ​ການ​ເພີ່ມ​ທະ​ວີ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ, ຊຸກ​ຍູ້​ການ​ປ້ອງ​ກັນ, ຕ້ານ​ພະ​ຍາດ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ ແລະ ປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານນາງ Angela Pratt ຫົວ​ໜ້າ ​ຜູ້​ຕາງ​ໜ້າ​ອົງ​ການອະ​ນາ​ໄມ​ໂລກ ປະ​ຈຳ ຫວຽດ​ນາມ ໃຫ້​ຮູ້​ວ່າ: ບັນ​ດາ​ເປົ້າ​ໝາຍ​ຂອງ WHO ກໍ​ແມ່ນ​ບັນ​ດາ​ບຸ​ລິ​ມະ​ສິດ ເຊິ່ງ ຫວຽດ​ນາມ ພວມ​ມຸ່ງ​ໄປ​ເຖິງ. ໃນ​ນັ້ນ, WHO ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ສາ​ທາ​ລະ​ນະ​ສຸກ​ຂັ້ນ​ຮາກ​ຖານ, ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຜົນ​ຮ້າຍ​ຂອ​ງ​ຢາ​ສູບ, ພ້ອມ​ດຽວ​ກັນ​ນັ້ນ ກໍ່ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຄວບ​ຄຸມ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ ​ເພື່ອ​ແນ​ໃສ່​ຮັກ​ສາ​ສຸ​ຂະ​ພາບ​ຊຸມ​ຊົນ. ໃນ​ການ​ຕ້ອນ​ຮັບ, ສອງ​ຝ່າຍ​ກໍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ WHO ໃຫ້​ມີ​ປະ​ສິ​ດ​ທິ​ຜົນ ເພື່ອ​ເປົ້າ​ໝາຍ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.