ທ່ານປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນ ຫວຽດນາມ ຖ່າຍຮູບພ້ອມກັບການນຳລັດ Karnataka (ພາບ: quochoi.vn) |
ທີ່ການພົບປະ, ທ່ານ Thawar Chand Gehlot ຢັ້ງຢືນວ່າ ຫວຽດນາມ ແລະ ອິນເດຍ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງໃນຕະຫຼອດໄລຍະຜ່ານມາ. ຫວ່າງມໍ່ໆມານີ້, ສອງປະເທດໄດ້ຕັ້ງໜ້າໜູນຊ່ວຍເຊິ່ງກັນແລະກັນ ຕ້ານໂລກລະບາດໂຄວິດ - 19. ດ້ວຍພື້ນຖານນັ້ນ, ທ່ານ Thawar Chand Gehlot ເຊື່ອໝັ້ນວ່າ, ການພົວພັນລະຫວ່າງ ອິນເດຍ - ຫວຽດນາມ ຈະນັບມື້ນັບເລິກເຊິ່ງຂຶ້ນຕື່ມໃນໄລຍະຈະມາເຖິງ.
ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຫວັງວ່າ ທ່ານຜູ້ວ່າການລັດ Thawar Chand Gehlot ແລະ ການນຳລັດ ຈະເປີດກວ້າງການພົວພັນຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ຊຸກຍູ້ການຮ່ວມມືລົງທຶນລະຫວ່າງວິສາຫະກິດຂອງ ລັດ Karnataka ກັບວິສາຫະກິດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງ ລັດ ທີ່ທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ເປັນຕົ້ນແມ່ນຂະໜງເຕັກໂນໂລຢີສູງ, ການປ່ຽນແປງໃໝ່ປະດິດຄິດສ້າງ, ການຫັນເປັນດີຈີຕອນ, ICT, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ.

