ກອງປະຊຸມສົ່ງເສີມການຄ້າການລົງທຶນລະຫວ່າງແຂວງຕ່າງໆຂອງ ຫວຽດນາມ ກັບ ລັດ Andhra Pradesh (ພາບ: VOV)

ກ່ຽວກັບຝ່າຍ ຫວຽດນາມ, ກ່າວຄຳເຫັນທີ່ກອງປະຊຸມ, ຜູ້ຕາງໜ້າແຂວງຕ່າງໆຂອງ ຫວຽດນາມ ກໍນຳສະເໜີໂດຍສັງເຂບກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ດ້ວຍທ່າແຮງກ່ຽວກັບທີ່ຕັ້ງພູມສາດ, ລະບອບລະບຽບການ ແລະ ກຳລັງດຶງດູດສຳລັບນັກລົງທຶນສາກົນ. ພ້ອມດຽວກັນນັ້ນ, ແມ່ນຍົກໃຫ້ເຫັນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງ ຫວຽດນາມ ມີໂອກາດຮ່ວມມືກັບລັດ Andhra Pradesh, ປະເທດ ອິນເດຍ. ນອກຈາກນັ້ນແລ້ວ ກໍໄດ້ແລກປ່ຽນ, ຕອບຄຳຖາມຂອງຜູ້ແທນທີ່ເຂົ້າຮ່ວມ ກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ ເມື່ອລົງທຶນເຂົ້າຂົງເຂດບຸລິມະສິດຂອງ ຫວຽດນາມ.