ຈຳນວນສະມາຊິກສະພາແຫ່ງຊາດເພດຍິງ ນັບມື້ນັບເພີ່ມຂຶ້ນ (ພາບ: TTXVN) |
ຕາມຂໍ້ສັງເກດຂອງ UNDP ແລ້ວ, ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າຫຼາຍພໍສົມຄວນ ເມື່ອທຽບໃສ່ບັນດາປະເທດຢູ່ພາກພື້ນໃນການເຄື່ອນໄຫວຕ່າງໆ, ເພື່ອແນໃສ່ຊຸກຍູ້ການເຂົ້າຮ່ວມຂອງແມ່ຍິງໃນຊີວິດດ້ານການເມືອງຂອງປະເທດຊາດ. ຕາມບົດລາຍງງານ “ຄວາມແຕກໂຕນລະຫວ່າງຍິງ - ຊາຍ ໃນທົ່ວໂລກ” ຂອງເວທີປາໄສເສດຖະກິດໂລກ ປີ 2022, ຫວຽດນາມ ບັນລຸໄດ້ 0,705 ຄະແນນ (ລະດັບການຄິດໄລ່ແຕ່ 0 - 1 ຄະແນນ) ກ່ຽວກັບດັດຊະນີຜິດດ່ຽງລະຫວ່າງ ຍິງ - ຊາຍ, ຢືນອັນດັບທີ 83/146 ປະເທດ, ເພີ່ມຂຶ້ນ 4 ຂັ້ນເມື່ອທຽບໃສ່ປີ 2021. ຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ປີ 2021 ກໍຊີ້ໃຫ້ເຫັນ ການເພີ່ມຂຶ້ນກ່ຽວກັບເພດຍິງຂອງຈຳນວນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ.

