ທີ່ການພົບປະກັບທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຈະຊີ້ນຳບັນດາກະຊວງ, ຂະແໜງການຕ່າງໆ ຜັນຂະຫຍາຍບັນດາໝາກຜົນສຳຄັນ ທີ່ບັນລຸໄດ້ໃນການຢ້ຽມຢາມທາງລັດຖະກິດ ລັດເຊຍ ຂອງ ທ່ານ ໂຕ​ເລິມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ​ປະ​ທານ​ປະ​ເທດ ຫວຽດ​ນາມ ຢ່າງຮີບດ່ວນ, ຫັນບັນດາໝາກຜົນເຫຼົ່ານັ້ນໃຫ້ກາຍເປັນ ບັນດາໂຄງການຮ່ວມມືລະ​ອ​ຽດ, ແທດຈິງໂດຍໄວ. ສ່ວນທ່ານປະທານາທິບໍດີ Vladimir Putin ສະແດງຄວາມເຊື່ອໝັ້ນວ່າ ບັນ​ດາຂໍ້ຕົກລົງດັ່ງກ່າວຈະໄດ້ຮັບການ​ຜັນ​ຂະ​ຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນ​ຊຸກ​ຍູ້​ການພັດທະນາ​ການພົວພັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລັດເຊຍ ໃຫ້ນັບມື້ ນັບພັດທະນາຍິ່ງໆຂຶ້ນ.

ທີ່​ການ​ພົບ​ປະ​ກັບປະທານາທິບໍດີ ອິນໂດເນເຊຍ, ປະທານາທິບໍດີ ຟີລິບປິນ, ນາຍົກລັດຖະມົນຕີ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ເລ​ມິນ​ຮຶງ ​ເຫັນດີຈະສືບຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້​ນ​ແຟ້ນ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີ ອາຊຽນ 2026 ໂດຍ ຟີລິບປິນ ເປັນປະທານ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຍັງໄດ້ພົບປະກັບປະທານາທິບໍດີ ບູຣຸນດີ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ອີກ​ດ້ວຍ.