|
(ພາບ: TTXVN) |
ຢູ່ທີ່ນີ້, ທ່ານ ດີງຕ໋ຽນຢູງ ລັດຖະມົນຕີກະຊວງການເງິນ ຫວຽດນາມ ຢືນຢັນວ່າ: ລັດຖະບານ ຫວຽດນາມຢຶດໝັ້ນພັດທະນາເສດຖະກິດ - ສັງຄົມ ຕາມກົນໄກຕະຫຼາດ, ກຳນົດ 3 ຂົງເຂດບຸກທະລຸ ລວມມີ: ພັດທະນາ ແຫຼ່ງຊັບພະຍາກອນມະນຸດ; ປັບປຸງລະບອບການເສດຖະກິດຕະຫຼາດ; ພັດທະນາພື້ນຖານໂຄງລ່າງ. ດັ່ງນັ້ນ, ເພື່ອປະຕິບັດບັນດາຄາດໝາຍຍຸດທະສາດນີ້, ຄວາມຕ້ອງການກ່ຽວກັບແຫຼ່ງທຶນຫຼາຍທີ່ສຸດ, ພິເສດແມ່ນບັນດາແຫຼ່ງທຶນພ້ອມກັບ ວິຊາສະເພາະ ແລະ ບົດຮຽນໃນການພັດທະນາ. ທ່ານ ລັດຖະມົນຕີ ດີງຕ໋ຽນຢູງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ພວມຊຸກຍູ້ຢ່າງແຮງການຫັນເປັນຫຸ້ນສ່ວນລັດວິສາຫະກິດ; ເປີດນຳໃຊ້ຕະຫຼາດຫຼັກຊັບອະນຸພັນ. ຕະຫຼາດຫຼັກຊັບສືບຕໍ່ແມ່ນແຫ່ຼງດຶງດູດການລົງທຶນທາງອອ້ມຈາກຕ່າງປະເທດ. ທ່ານ ລັດຖະມົນຕີ ດີງຕ໋ຽນຢູງ ຫວັງວ່າບັນດາກຸ່ມບໍລິສັດໃຫຍ່ດ້ານການເງິນຂອງ ຍີ່ປຸ່ນ ຈະເຂົ້າຮ່ວມການລົງທຶນໂດຍທາງອອ້ມເຂົ້າ ຫວຽດນາມ, ກາຍເປັນນັກລົງທຶນຍຸດທະສາດ, ນຳວົງເງິນ, ເຕັກນິກຄຸ້ມຄອງ, ເຕັກນິກສູງເຂົ້າ ຫວຽດນາມ.
ໃນວັນດຽວກັນ, ທ່ານ ລັດຖະມົນຕີ ດີງຕ໋ຽນຢູງ ກໍ່ມີການພົບປະກັບ ທ່ານ Imaeda Soichiro ລັດຖະມົນຕີຮັບຜິດຊອບ, ຮອງລັດຖະມົນຕີກະຊວງການເງິນ ຍີ່ປຸ່ນ.

