(ພາບ: VGP)
ນີ້ແມ່ນການຢ້ຽມຢາມ ສະຫະພາບ ເອີລົບ ແລະ ລາຊະອານາຈັກ ແບນຊິກ ຄັ້ງທຳອິດຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພາຍຫຼັງທີ່ ຫວຽດນາມ ຈັດກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ບັນລຸຜົນສຳເລັດ.
ການຢ້ຽມຢາມ ອີຢູ ຢ່າງເປັນທາງການຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ແມ່ນໂອກາດເພື່ອໃຫ້ສອງຝ່າຍເຮັດໃຫ້ບັນດາເສົາຄຳ້ການຮ່ວມມືທີ່ສຳຄັນເລິກເຊິ່ງກວ່າອີກ, ພິເສດແມ່ນກ່ຽວກັບດ້ານການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ການບຳລຸງສ້າງຊັບພະຍາກອນມະນຸດ, ຜ່ານນັ້ນ ກໍ່ສ້າງການພົວພັນ ຫວຽດນາມ - ອີຢູ ກາຍເປັນແບບຢ່າງໃນຂອບເຂດການຮ່ວມມື ອາຊຽນ - ອີຢູ.
ສຳລັບ ແບນຊິກ, ການຢ້ຽມຢາມແມ່ນເພື່ອໃຫ້ສອງຝ່າຍສ້າງບາດກ້າວສຳຄັນກ່ຽວກັບການຮ່ວມມືໃນບັນດາຂົງເຂດທີ່ ແບນຊິກ ມີທ່າແຮງ ແລະ ຫວຽດນາມ ພວມສຸມໃສ່ໃຫ້ບຸລິມະສິດ ຄື: ວິທະຍາສາດ - ເຕັກໂນໂລຊີ, ຊິບເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ, ກະສິກຳສີຂຽວ ແລະ ນະວັດຕະກຳ, logistics ແລະ ທ່າກ່ຳປັ່ນອັດສະລິຍະ.
Viet Cuong
