ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວຄຳເຫັນສະຫລຸບກອງປະຊຸມ

ຕາມໃບສະເໜີຂອງລັດຖະບານ, ເລື່ອງລົງນາມໃນສັນຍາແມ່ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນການສຳຫຼວດ ແລະ ນຳໃຊ້ຍານອາວະກາດ ຢ່າງລວງເລິກ ແລະ ມີປະສິດທິຜົນເພື່ອຈຸດປະສົງສັນຕິພາບໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເໝາະສົມກັບກົດໝາຍ ແລະ ຂໍ້ກຳນົດທີ່ພວມປະກາດໃຊ້, ສົນທິສັນຍາທີ່ທັງ 2 ປະເທດເປັນສະມາຊິກ. ກ່າວຄຳເຫັນສະຫລຸບກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢັ້ງຢືນວ່າ: ເລື່ອງລົງນາມໃນສັນຍາແມ່ນີ້ຈະສ້າງເງື່ອນໄຂໃຫ້ການຊຸກຍູ້ການຮ່ວມມືໃນການສຳຫຼວດ, ຂຸດຄົ້ນ, ນຳໃຊ້ຍານອາວະກາດ ເພື່ອຈຸດປະສົງສັນຕິພາບລະຫວ່າງ 2 ປະເທດ. ຄະນະປະຈຳສະພາແຫ່ງຊາດ ມອບໃຫ້ລັດຖະບານ ລົງນາມໃນສັນຍາແມ່ຕາມຂໍ້ກຳນົດຂອງກົດໝາຍດ້ວຍສົນທິສັນຍາສາກົນ, ສະເໜີໃຫ້ລັດຖະບານເປັນເຈົ້າການໃນການຄົ້ນຄ້ວາ ສະເໜີປັບປຸງບັນດາເອກະສານນິຕິກຳທີ່ກ່ຽວຂ້ອງເພື່ອຮັບປະກັນລັກສະນະເປັນເອກະພາບ, ເໝາະສົມກັບຂໍ້ກຳນົດໃນສັນຍາ, ຮັບປະກັນສິດ ແລະ ຜົນປະໂຫຍດຂອງ ຫວຽດນາມ, ພິເສດແມ່ນນັບທັງສິດກ່ຽວກັບຊັບສິນ, ຊີວິດອີນຊີ, ສຸຂະພາບໃນວິວັດການເຄື່ອນໄຫວຮ່ວມມືລະຫວ່າງ 2 ປະເທດ.