ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ກ່າວຄຳເຫັນທາງໄກ

ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນໄລຍະ ແລະ ພາຍຫຼັງໂລກລະບາດໂຄວິດ-19”.

ກ່າວຄຳເຫັນທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ເຈີ່ນແທງເໝີ້ນ ໄດ້ມີບັນດາຂໍ້ສະເໜີກ່ຽວຂ້ອງເຖິງການຮັກສາຄຳໝັ້ນສັນຍາດ້ານການເມືອງ, ເພີ່ມທະວີການຮ່ວມມື, ສະໜັບສະໜູນການເຂົ້າເຖິງການສັກຢາວັກຊິນປ້ອງກັນພະຍາດໂຄວິດ - 19; ຊຸກຍູ້ ບົດບາດກົນໄກຮ່ວມມືສົນທະນາ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງລັດຖະສະພາ, ຄວບຄຸມໂລກລະບາດ, ຊຸກຍູ້ການຟື້ນຟູເສດຖະກິດໂດຍໄວ, ຮັບປະກັນຊີວິດສັງຄົມ; ສືບຕໍ່ປ່ຽນໃໝ່ຢ່າງແຂງແຮງບັນດາການເຄື່ອນໄຫວຂອງກົນໄກຮ່ວມມືລະຫວ່າງລະຖະສະພາຕໍ່ໜ້າການພັດທະນາຢ່າງວ່ອງໄວຂອງການປະຕິວັດອຸດສາຫະກຳ 4.0. ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມເຈີ່ນແທງເໝີ້ນ ກ່າວວ່າ :

“ ຊຸກຍູ້ການຮ່ວມມືເພື່ອຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເໜືອໂດຍອີງໃສ່ລະບຽບກົດໝາຍ, ປົກປ້ອງຄວາມເຄົາລົບກົດໝາຍຢູ່ທະເລ ແລະ ມະຫາສະໝຸດ, ໃນນັ້ນມີການຮັກສາທະເລຕາເວັນອອກເປັນເຂດທະເລແຫ່ງສັນຕິພາບ ແລະ ການຮ່ວມມື, ຮັບປະກັນຄວາມໝັ້ນຄົງປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ. ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ 1982.