ທ່ານ ຫງວຽນງອັກທ້ຽນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ໃນການເຮັດວຽກຢູ່ຮ່າໂນ້ຍ ໃນວັນທີ 12 ກໍລະກົດ

ງານບຸນ ຫວຽດນາມ (ໄດ້ຈັດຕັ້ງໃນລະຫວ່າງວັນທີ 15 -17 ກັນຍາ) ແມ່ນໜຶ່ງໃນບັນດາເຫດການວັດທະນະທຳໃຫຍ່ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວເອົາໃຈໃສ່ເປັນພິເສດ, ແມ່ນໂອກາດເພື່ອໂຄສະນາວັດທະນະທຳ ຫວຽດນາມ ແລະ ດຶງດູດແຂກທ່ອງທ່ຽວ ຍີ່ປຸ່ນ ມາ ຫວຽດນາມ. ສ່ວນທ່ານ Kuroiwa Yuji, ຜູ້ວ່າການລັດ Kanagawa ໃຫ້ຮູ້ວ່າ: ງານບຸນ ຫວຽດນາມ ຢູ່ Kanagawa ປີນີ້ໄດ້ຮັບການຈັດຕັ້ງດ້ວຍຂອບຂະໜາດໃຫຍ່ທົບ 1,5 ເທົ່າ ເມື່ອທຽບໃສ່ປີ 2016. ຜ່ານງານບຸນ, ທາງແຂວງປາດຖະໜາຢາກເພີ່ມທະວີການພົວພັນແລກປ່ຽນວັດທະນະທຳກັບ ຫວຽດນາມ. ນອກຈາກນັ້ນ, ງານຕະຫຼາດນັດການທ່ອງທ່ຽວ ຫວຽດນາມ ກໍ່ຈະໄດ້ຈັດຕັ້ງໃນຂອບເຂດຂອງງານບຸນ. ນີ້ແມ່ນໂອກາດທີ່ດີ ເພື່ອໂຄສະນາການທ່ອງທ່ຽວ ຫວຽດນາມ ເຖິງປະຊາຊົນ ຍີ່ປຸ່ນ.