ຊຸກຍູ້ວິສາຫະກິດລົງທຶນເຂົ້າໃນຂົງເຂດກະສິກຳ

ກອງປະຊຸມໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 600 ຄົນທີ່ເປັນການນຳບັນດາກະຊວງ, ຂະແໜງການ, ອົງການຂັ້ນສູນກາງ, ທ້ອງຖິ່ນ, ຜູ້ຕາງໜ້າບັນດາອົງການ, ສະຫະສະມາຄົມ ແລະ ປະຊາຄົມວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານ ຫງວຽນດີງເຊີນ ຜູ້ອຳນວຍການໃຫຍ່ບໍລິສັດເຕັກໂນໂລຢີຊີວະສາດປ່າດອກໄມ້ ດ່າຫລາດ ຖືວ່າ:

ບັນຫາດຶງດູດການລົງທຶນເຂົ້າກະສິກຳ ຕາມພວກຂ້າພະເຈົ້າເຫັນວ່າ ມີສິ່ງກີດຂວາງ ແລະ ສິ່ງຕິດຂັດຫລາຍຢ່າງ. ຕົວຢ່າງຄື ບັນຫາທຶນຮອນ, ຖ້າຫາກບໍ່ມີແຫຼ່ງທຶນກູ້ຢືມໄລຍະກາງ ແລະ ໄລຍະຍາວ ແມ່ນຍາກທີ່ຈະພັດທະນາໄດ້. ປັດຈຸບັນ ກະຊວງກະສິກຳຄຸ້ມຄອງແຫຼ່ງແນວປູກໃໝ່ຢ່າງເຄັ່ງຄັດ ເມື່ອພວກຂ້າພະເຈົ້ານຳເຂົ້າ ຫວຽດນາມ ຕ້ອງເສຍເວລາເຮັດລະບຽບການຫລາຍຢ່າງທີ່ສັບສົນ ຍາກທີ່ຈະຜະລິດອອກຜະລິດຕະພັນໃໝ່ ເພື່ອສາມາດແກ່ງແຍ້ງໃນຕະຫລາດ ແລະ ສົ່ງອອກ”.

ກອງປະຊຸມແນໃສ່ຊອກຫາມາດຕະການໃຫ້ແກ່ການພັດທະນາກະສິກຳຢ່າງມີປະສິດທິຜົນ, ເປີດຊ່ອງທາງໃຫ້ວິສາຫະກິດພາຍໃນ ແລະ ຕ່າງປະເທດລົງທຶນຢ່າງແຮງກ່ວາອີກ ເຂົ້າໃນຂົງເຂດກະສິກຳ, ເຊິ່ງແມ່ນຂົງເຂດສະຫຼັກສຳຄັນທີ່ສຸດ ແຕ່ຍັງຂາດການລົງທຶນເພື່ອພັດທະນາ.