Bruno Angelet -ຫົວຫນ້າຄະນະຜູ້ຕາງຫນ້າສະຫະພາບເອີລົບປະຈຳຫວຽດນາມ |
. ທີ່ການປະຊຸມຂ່າວດຳເນີນໃນວັນທີ 5/5 ໄດ້ແນະນຳ “ຊຸມວັນເອີລົບ 2017” ຢູ່ຫວຽດນາມ, ທ່ານນາງDelphine Marlard, ທີ່ປຶກສາທີຫນຶ່ງຂອງຄະນະຜູ້ຕາງຫນ້າສະຫະພາບເອີລົບ ໄດ້ແບ່ງປັນວ່າ: ລາຍການແມ່ນຂົວຕໍ່ແລກປ່ຽນລະຫວ່າງບັນດາພື້ນຖານວັດທະນະທຳ, ໃນນັ້ນ ມີການພົວພັນດ້ານວັດທະນະທຳຫວຽດນາມ ກັບບັນດາປະເທດ ເອີລົບ. ເຫດການນີ້ກໍ່ມຸ່ງໄປສູ່ການສະເຫລີມສະຫລອງ ວັນເອີລົບ 9/5. ຈຸດພົ້ນເດັ່ນຂອງເຫດການໃນປີນີ້ ແມ່ນງານມະໂຫລານຮູບເງົາ ເອີລົບ ຈະດຳເນີນໄປແຕ່ວັນທີ 13-25/5 ດ້ວຍການສາຍຮູບເງົາ 13ເລື່ອງ.

