ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ (ພາບ: baochinhphu.vn) |
ໂດຍເສີມຂະຫຍາຍໝາກຜົນທີ່ສຳຄັນບັນລຸໄດ້ໃນຊຸມປີຜ່ານມາ, ປີ 2022, ຂະແໜງອຸດສາຫະກຳ ແລະ ການຄ້າ ສູ້ຊົນວົງເງິນສົ່ງອອກທັງໝົດໃຫ້ບັນລຸຫຼາຍກວ່າ 8% ເມື່ອທຽບໃສ່ປີ 2021. ກ່ຽວກັບໜ້າລະອຽດຂອງຂະແໜງໃນປີ 2022 ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໃຫ້ຮູ້ວ່າ:
ກະຊວງອຸດສາຫະກຳ ແລະ ການຄ້າ ຈະສູມໃສ່ປະຕິບັດບາງໜ້າທີ່, ມາດຕະການຕົ້ນຕໍໃຫ້ມີປະສິດທິຜົນ, ນັ້ນແມ່ນ: ສືບຕໍ່ປະຕິບັດຕາມຄຳຊີ້ນຳຂອງລັດຖະບານກ່ຽວກັບ “ຮັບມືຢ່າງປອດໄພ, ຄ່ອງຕົວ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ” ໃຫ້ຂ້ຽວຂາດ, ເປັນເອກະພາບ ແລະ ມີປະສິດທິຜົນ, ສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ການຟື້ນຟູລະບົບສະໝອງສິນຄ້າ ແລະ ແຮງງານເພື່ອຮັບໃຊ້ໃຫ້ແກ່ການຟື້ນຟູການເຄື່ອນໄຫວຜະລິດຫຼັງພະຍາດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ ຫວຽດນາມ ແລະ ກຳລັງຄວາມສາມາດເປັນເຈົ້າຕົນເອງຂອງພື້ນຖານເສດຖະກິດແຫ່ງຊາດ.

