ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນ​ຮັບທ່ານ ຮຸງ​ກາວ​ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ທະ​ຫານ​ເຮືອ ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ຢ້ຽມ​ຢາມ​ຂອງ​ທ່ານ ຮຸງ​ກາວ ແລະ ຄະ​ນະ​ປະ​ຕິ​ບັດ​ງານ, ເນື່ອງ​ໃນ​ໂອ​ກາດ​ມາ​ເຂົ້າ​ຮ່ວມ​ໂຄງ​ການ​ຄູ່​ຮ່ວມມ​ປາ​ຊີ​ຟິກ - ເພື່ອນ​ມິດ​ປາ​ຊີ​ຟິກ 2026 (PP-PF26). ໂດຍ​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ ແມ່ນ​ຄູ່​ຮ່ວມ​ມື​ທີ່​ມີ​ລະ​ດັບ​ສຳ​ຄັນ​ຍຸດ​ທະ​ສາດ​ແຖວ​ໜ້າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ອາ​ເມ​ລິ​ກາ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອດ​ບ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ແທ້​ຈິງ, ເລິກ​ເຊິ​່ງກວ້າງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້ນ ແລະ ໂລກ.

ສ່ວ​ນ​ທ່ານ ຮຸງ​ກາວ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ ກັບ ຫວຽດ​ນາມ, ທ່ານ​ສະ​ໜັ​ບ​ສະ​ໜູນ​ປະ​ເທດ​ຫວຽດ​ນາມ ເຂັ້ມ​ແຂງ, ເອ​ກະ​ລາດ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົ​ນ​ເອງ ແລະ ວັດ​ທະ​ນາ​ຖາ​ວອນ, ສວມ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ພາກ​ພື້ນ. ທ່ານ​ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄວາມ​ໝັ້ນ​ຄົງ​ໃນ​ການ​ເດີ​ນ​ເຮືອ, ຍົກ​ສູງ​ຄວາມ​ສາ​ມາດ, ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ, ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ລວມ​ຂອງ​ພາກ​ພື້ນ.