|
(ພາບ: TTXVN) |
ໃນການສຳມະນາກຸ່ມວຽກງານ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການສຳມະນາຂໍ້ມູນຂ່າວສານຕະຫຼາດແຮງງານຍຸກດີຈີຕອນໂດຍກະຊວງແຮງງານ, ທະ ຫານເສຍອົງຄະ ແລະ ສັງຄົມຫວຽດນາມເປັນເຈົ້າພາບຈັດຕັ້ງ, ບັນດາຜູ້ແທນຢືນຢັນວ່າຕະຫຼາດແຮງງານ, ວຽກເຮັດງານທຳພວມຜ່ານຜ່າບັນດາການຜັນປ່ຽນ ກ່ຽວກັບໂຄງປະກອບຂະໜາດໃຫຍ່ ຍ້ອນມີຄວາມກ້າວໜ້າຂອງເຕັກໂນໂລຊີ. ບັນດາພື້ນຖານເສດຖະກິດສະມາຊິກ APEC ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃນການຕອບສະໜອງຄວາມຕ້ອງການຊັບພະຍາກອນມະນຸດຂອງພື້ນຖານເສດຖະກິດດີຈີຕອນ ຢູ່ບັນດາລະດັບຕ່າງກັນ. ຕາມທ່ານນາງ ເລກິມຢຸງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ເນັ້ນໜັກວ່າ:
“ບັນດາສະມາຊິກຂອງບັນດາພື້ນຖານເສດຖະກິດ APEC ຈະພ້ອມກັນແບ່ງປັນບັນດານະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມໄດ້ຮັບການປັບປຸງຄືແນວໃດ, ມີວິທີສຳຜັດຄືແນວໃດ ເພື່ອຮັບປະກັນໃຫ້ຄົນງານມີວຽກເຮັດງານທຳ. ຜ່ານກອງປະຊຸມສຳມະນາຄັ້ງນີ້, ຫວຽດນາມ ກໍຫວັງວ່າ ຈະສ້າງແຜນການເຄື່ອນໄຫວເພີ່ມທະວີການຮ່ວມມືໃນ APEC ໃນຂົງເຂດວຽກເຮັດງານທຳໃນອະນາຄົດ, ບັນຫາຕະຫຼາດແຮງງານ, ບຳລຸງສ້າງວິຊາຊີບ, ຮັບປະກັນຊີວິດສັງຄົມ”.

