(ພາບປະກອບ/quochoi.vn) |
ເມື່ອປຶກສາຫາລືກ່ຽວກັບຮ່າງມະຕິວ່າດ້ວຍບາງກົນໄກ, ນະໂຍບາຍການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫລວງ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບຄວາມຈຳເປັນ ໃນການປະກາດໃຊ້ມະຕິຂອງສະພາແຫ່ງຊາດກ່ຽວກັບການທົດລອງບາງກົນໄກ, ນະໂຍບາຍການເງິນ - ງົບປະມານພິເສດສະເພາະສຳລັບນະຄອນຫລວງ ຮ່າໂນ້ຍ, ເພື່ອແນໃສ່ປະກອບສ່ວນເພີ່ມທະວີແຫຼ່ງກຳລັງ, ສິດເປັນເຈົ້າການໃນການຕັດສິນ, ນຳໃຊ້ງົບປະມານ ເພື່ອໃຫ້ການປະຕິບັດບັນລຸໄດ້ໝາກຜົນສູງສຸດ. ສະຫລຸບກອງປະຊຸມປຶກສາຫາລື, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟູງກວັກຫຽນ ເນັ້ນໜັກວ່າ:
“ບັນດາຄຳເຫັນທີ່ສະເໜີໃຫ້ປັບປຸງກົດໝາຍວ່າດ້ວຍນະຄອນຫລວງໂດຍໄວ ແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່. ບັນດາສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ແລະ ສ່ອງແສງຢ່າງຄົບຖ້ວນ. ຄະນະປະຈຳສະພາແຫ່ງຊາດ ຈະຮັບເອົາຄຳເຫັນປະກອບຂອງບັນດາສະມາຊິກສະພາແຫ່ງຊາດຢູ່ຫໍປະຊຸມໃນມື້ນີ້ຢ່າງເຂັ້ມງວດ ກໍ່ຄືຄຳເຫັນທີ່ປຶກສາຫາລືຢູ່ຕາມໜ່ວຍ ຈາກນັ້ນ ກໍ່ປັບປຸງມະຕິໃຫ້ສົມບູນແລ້ວຍື່ນຕໍ່ສະພາແຫ່ງຊາດຮັບຮອງເອົາ.”

