ສືບຕໍ່ຍົກສູງຄຸນນະພາບການສ້າງລະບອບລະບຽບການໃຫ້ສົມບູນແບບ. ນີ້ແມ່ນຄຳຮຽກຮ້ອງຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ກອງປະຊຸມສະຫຼຸບການເຄື່ອນໄຫວຂອງຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 11 ມິຖຸນາ, ຢູ່ ຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ບູລະນະ, ສັບຊ້ອນໃນກົນໄກໃໝ່, ນີ້ແມ່ນບາດກ້າວຫັນປ່ຽນໄປສູ່ຮູບແບບການຊີ້ນຳ, ນຳພາໃໝ່ດ້ວຍວິໄສທັດທີ່ກວ້າງກວ່າ, ມີຄວາມຮຽກຮ້ອງສູງກວ່າ, ມີວິທີການຢ່າງຄົບຊຸດ ແລະ ມີຄວາມຮັບຜິດຊອບຢ່າງຈະແຈ້ງກວ່າ.
“ການປະຕິຮູບຕູລາການໄລຍະໃໝ່ ບໍ່ພຽງແຕ່ແມ່ນປະຕິຮູບສຳລັບບັນດາອົງການຕຸລາການເທົ່ານັ້ນ, ຫາກຍັງແມ່ນຍົກສູງກຳລັງການເຄື່ອນໄຫວຂອງລັດແຫ່ງອຳນາດນິຕິບັນຍັດ; ບໍ່ພຽງແຕ່ແມ່ນແກ້ໄຂເຫດການເທົ່ານັ້ນ, ຫາກຍັງແມ່ນປົກປ້ອງຄວາມຍຸຕິທຳ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ; ບໍ່ພຽງແຕ່ປະຕິບັດສຳເລັດຄາດໝາຍວິຊາການ, ຫາກຍັງຮັບໃຊ້ປະຊາຊົນ, ຮັບໃຊ້ການພັດທະນາ, ປົກປ້ອງອະນາຄົດຂອງປະເທດຊາດດ້ວຍກົດໝາຍ ແລະ ຄວາມຍຸຕິທຳອີກດ້ວຍ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ຮຽກຮ້ອງໃຫ້ສືບຕໍ່ຊາບຊຶມບັນດາທັດສະນະຂອງພັກກ່ຽວກັບການປະຕິຮູບຕຸລາການ ແລະ ການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມໃຫ້ເລິກເຊິ່ງກວ່າ.
