
ຜູ້ແທນ 2 ຝ່າຍຖ່າຍຮູບທີ່ເປັນທີ່ລະນຶກ
(vovworld) – ຕອນເຊົ້າວັນທີ 22/11, ທີ່ສຳນັກງານວິທະຍຸກະຈາຍສຽງ ຫວຽດນາມ (ເລກທີ 58 ຖະໜົນ ກວານສື້, ຮ່າໂນ້ຍ), ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຕ້ອນຮັບຄະນະຜູ້ແທນວິທະຍຸກະຈາຍສຽງແຫ່ງຊາດ ລາວ ໂດຍທ່ານ ໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດ ລາວ, ເປັນຫົວໜ້າຄະນະພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໂດຍຫຍໍ້ກ່ຽວກັບປະຫວັດ ແລະ ອົງປະກອບການຈັດຕັ້ງຂອງ VOV. ທ່ານ ຫງວຽນເທ໋ກີ ຖືວ່າ, ໃນສະພາບໂລກາພິວັດຢ່າງແຮງ, ສື່ສານພວມມີການປ່ຽນແປງຢ່າງວ່ອງໄວ ແລະ ໜ້າທີ່ຖະແຫຼງຂ່າວ, ສື່ສານນັບມື້ນັບມີສິ່ງທ້າທາຍຫຼາຍຢ່າງ. ດັ່ງນັ້ນ, VOV ແລະ ວິທະຍຸກະຈາຍສຽງແຫ່ງຊາດ ລາວ ຄວນມີບັນດາວິທີການຮ່ວມມືຢ່າງແໜ້ນແຟ້ນ ແລະ ປະຕິບັດບັນດາເນື້ອໃນການຮ່ວມມືກ່ຽວກັບຂົງເຂດກະຈາຍສຽງຕາມສັນຍາຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ລາວ ຢ່າງມີປະສິດທິຜົນ:

ຜູ້ແທນ 2 ຝ່າຍຖ່າຍຮູບທີ່ເປັນທີ່ລະນຶກ
