ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານ V. Volodin ປະທານສະພາ Duma ລັດເຊຍ

ວັນທີ 10 ທັນວາ, ເວັບໄຊຂອງ ສະພາ ສະຫະພັນລັດເຊຍ - Pnp.ru ໄດ້ລົງຂ່າວທີ່ມີຫົວຂໍ້ວ່າ “ສະພາ ສະຫະພັນ ລັດເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ເຫັນດີເປັນເອກະພາບ ພັດທະນາການຮ່ວມມື”.

ສຳນັກຂ່າວສານລັດເຊຍ Tass ກໍ່ໄດ້ລົງຂ່າວໂດຍຄັດສະເໜີຄຳເວົ້າຂອງທ່ານ V.Matvienko ປະທານສະພາສະຫະພັນລັດເຊຍທີ່ວ່າ “ສະພາແຫ່ງຊາດ ລັດເຊຍ ແລະ ຫວຽດນາມຈະ ຄວບຄຸມ ວິວັດທະນາການປຶກສາຫາລືສັນຍາຫຼາຍສະບັບ”.

ໃນຂະນະນັ້ນ, ຊ່ອງໂທລະພາບສູນກາງ ລັດເຊຍ 1tv ໄດ້ໃຫ້ຂ່າວວ່າ ທີ່ການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ, ທ່ານ ນາຍົກລັດຖະມົນຕີ ລັດເຊຍ D.Medvedev ເນັ້ນໜັກວ່າ ການພົວພັນລະຫວ່າງສອງປະເທດມີລັກສະນະຍຸດທະສາດ ແລະ ຍາວນານ, ພວມພັດທະນາແບບຍືນຍົງ ແລະ ສຳຄັນແມ່ນ ການຮັກສາທ່າອ່ຽງນີ້.

ແອັງຕູ, ນັກຂ່າວ VOV ປະຈຳ ສະຫະພັນ ລັດເຊຍ