ພາຍຫຼັງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ສິ້ນສຸດການເດີນທາງໄປຢ້ຽມຢາມລາວ ແຕ່ວັນທີ 8 – 9 ຕຸລາຢ່າງຈົບງາມ, ຕາມຄຳເຊື້ອເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາວ, ວັນທີ 10 ຕຸລາ, ບັນດາອົງການສື່ມວນຊົນທາງການຂອງລາວ ຄື: ໜັງສືພິມ ປະຊາຊົນ, ສຳນັກຂ່າວສານປະເທດລາວ, ໜັງສືພິມ ວຽງຈັນໃໝ່, ໜັງສືພິມ ລາວພັດທະນາ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ວິທະຍຸກະຈາຍສຽງຊາວໜຸ່ມລາວ… ໄດ້ລົງບົດຂຽນເປັນຈຳນວນຫຼາຍຢັ້ງຢືນການຢ້ຽມຢາມແມ່ນຂີດໝາຍສຳຄັນ, ປະກອບສ່ວນເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ ຫວຽດນາມ ຢ່າງເລິກເຊິ່ງກວ່າອີກ.
ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ຢັ້ງຢືນການຢ້ຽມຢາມລາວຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ຄັ້ງນີ້ ມີຄວາມໝາຍການເມືອງທີ່ເລິກເຊິ່ງ ແລະ ມີຂອບຂະໜາດປະຫວັດສາດທີ່ຍິ່ງໃຫຍ່ພິເສດ. ບັນດາໜັງສືພິມອື່ນໆຄື: ປະເທດລາວ, ວຽງຈັນໃໝ່, ລາວພັດທະນາ... ກໍ່ໄດ້ເນັ້ນໜັກເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ຜ່ານນັ້ນກໍ່ຍົກສູງຖານະທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງແຕ່ລປະເທດ.
