ບົດຂຽນໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະປະຫວັດສາດການປະຕິວັດ, ສາຍພົວພັນລະຫວ່າງ ລາວ ແລະ ຫວຽດນາມ ໄດ້ພັດທະນາຈາກສາຍພົວພັນ “ມິດຕະພາບທີ່ເປັນມູນເຊື້ອ” ກາຍເປັນສາຍພົວພັນ “ມິດຕະພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”, ແມ່ນສັນຍາລັກຂອງສາຍພົວພັນ “ມີໜຶ່ງບໍ່ມີສອງ, ບໍ່ຄືປະເທດໃດ ແລະ ບໍ່ມີປະເທດໃດຄື” ໃນສາຍພົວພັນສາກົນ.
ໃນຕະຫຼອດໄລຍະ 50 ກວ່າປີນັບແຕ່ວັນສະຖາປະນາປະເທດ ສປປ. ລາວ, ການຮ່ວມມືລະຫວ່າງ ລາວ ແລະ ຫວຽດນາມ ຍາມໃດກໍພັດທະນາຢ່າງຮອບດ້ານ ນັບແຕ່ຂົງເຂດການເມືອງ, ເສດຖະກິດ ຕະຫຼອດຮອດວັດທະນະທຳ - ສັງຄົມ.
ປັດຈຸບັນນີ້, ຫວຽດນາມ ແມ່ນປະເທດທີ່ມີນັກສຶກສາລາວ ມາຄົ້ນຄວ້າ, ສຶກສາຮ່ຳຮຽນຫຼາຍທີ່ສຸດ ດ້ວຍຈຳນວນປະມານ 14.000 – 16.000 ຄົນ. ສິ່ງດັ່ງກ່າວເປັນການພິສູດອັນເລິກເຊິ່ງໃຫ້ແກ່ລັກສະນະວັດທະນະທຳມະນຸດແບບພິເສດຂອງສາຍພົວພັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ລາວ - ຫວຽດນາມ, ຫວຽດນາມ - ລາວ.
