ສື່ມວນຊົນສິງກະໂປພ້ອມກັນລົງຂ່າວກ່ຽວກັບການຢ້ຽມຢາມສິງກະໂປຢ່າງເປັນທງການຂອງທ່ານ ເຈິ່ນເກິ້ມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແຕ່ວັນທີ 24 – 25 ສິງຫາ ແລະ ເປັນປະທານຮ່ວມການໂອ້ລົມສົນທະນາຍຸດທະສາດ ຫວຽດນາມ ສິງກະໂປຄັ້ງທີ 1.
ໜັງສືພິມ The Straits Times ແລະ AsiaOne ໄດ້ລົງຂ່າວວ່າບັນດາການນຳການເມືອງ ແລະ ເຈົ້າໜ້າທີ່ຂັ້ນສູງ ສິງກະໂປ ແລະ ຫວຽດນາມ ຈະເຂົ້າຮ່ວມການໂອ້ລົມສົນທະນາຍຸດທະສາດ ຄັ້ງທີ່ 1 ໃນວັນທີ 25 ສິງຫາ, ເພື່ອແລກປ່ຽນທັດສະນະກ່ຽວກັບບັນດາບັນຫາຄື: ການຄຸ້ມຄອງບໍລິຫານ, ພັດທະນາການຊີ້ນຳ ແລະ ການຫັນປ່ຽນການບໍລິການສາທາລະນະ.
ຕາມແຈ້ງການສື່ມວນຊົນຂອງກົມການບໍລິການສາທາລະນະ ສິງກະໂປ (PSD), ທ່ານ Chan Chun Sing ລັດຖະມົນຕີປະສານງານການບໍລິການສາທາລະນະ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ເຈິ່ນເກິ້ມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການາສູນກາງ ພັກຈະເປັນປະທານຮ່ວມການໂອ້ລົມສົນທະນາຍຸທະສາດ. ການໂອ້ລົມສົນທະນາໂດຍ PSD ແລະ ກະຊວງການຕ່າງປະເທດ ຫວຽດນາມ ປະສານງານຈັດຕັ້ງ.
