ກອງປະຊຸມສື່ມວນຊົນທົ່ວປະເທດສະຫຼຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ວຽກງານປີ 2023 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 24 ທັນວາ |
ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ, ທ່ານ ຫງວຽນຈ້ອງເງ້ຍ ຫົວໜ້າ ຄະນະໂຄສະນາສຶກສາສູນກາງພັກໄດ້ສະເໜີບັນດາອົງການສື່ມວນຊົນຕ້ອງປະຕິບັດການວາງແຜນກຳນົດສື່ມວນຊົນ, ການພິມຈຳໜ່າຍເປັນຢ່າງດີ, ເຮັດໃຫ້ຖືກຕ້ອງຕາມພຶດຕິກຳຕົວຈິງ. ສື່ມວນຊົນຄູວນເສີມຂະຫຍາຍປະຊາທິປະໄຕ ຮ່ວມເດີນທາງພ້ອມກັບຜົນປະໂຫຍດຂອງຊາດ, ເຊີດຊູການປະດິດຄິດສ້າງຂອງປະຊາຊົນໃນໄລຍະໃໝ່. ບັນດາບົດໜັງສືພິມກໍຄວນປຸກລຸກຄວາມຄາດຫວັງ, ຍົກສູງລັກສະນະຕີລາຄາສັງຄົມ, ຕຳໜິວິຈານທັດສະນະທີ່ຜິດພາດ. ບັນດາອົງການສື່ມວນຊົນຕ້ອງເອົາໃຈໃສ່ວຽກງານບຳລຸງກໍ່ສ້າງຖັນແຖວນັກຂ່າວ ທັງມີຄຸນນະທາດ, ທັງມີຈັນຍາບັນ ແລະ ຄວາມສາມາດທາງດ້ານວິຊາສະເພາະ ເພື່ອຕອບສະໜອງທາງດ້ານທັກສະໃນຍຸກໃໝ່.

