ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ

ແຈ້ງການໃຫ້ຮູ້ວ່າ ໂດຍຮັບຄຳເຊີນຈາກ : ພະບາດສົມເດັດພະບໍລົມມະນຽດ Norodom Sihamoni. ໃນລະຫວ່າງວັນທີ 20 – 22 ກໍລະກົດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຈະເດີນທາງໄປຢ້ຽມຢາມ ທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍ. ຕາມແຜນການແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງຈະພົບປະກັບ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni, ຢ້ຽມຢາມ ພະມານດາ Norodom Monineat Sihanouk ; ເຂົ້າຢ້ຽມຄຳນັບພະພິກຂຸມະຫາ ເທບວົງ ແລະ ພະພິກຂຸມະຫາ ບຸກຣີ, ເຈລະຈາກັບປະທານສະພາສູງ ແລະ ປະທານສະພາແຫ່ງຊາດກຳປູເຈຍ, ພົບປະກັບນາຍົກລັດຖະມົນຕີ ຮຸນແຊນ…..

ແຈ້ງການຍັງໃຫ້ຮູ້ວ່າ ປີ 2017 ແມ່ນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ຢ້ຽມຢາມ ທາງລັດຖະກິດເຖິງລາຊະອານາຈັກກຳປູເຈຍຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຈະເພີ່ມທະວີການພົວພັນ 2 ຝ່າຍອັນດີງາມໃນທຸກຂົງເຂດ