ພາບປະກອບ: http://tapchitaichinh.vn

ທ່ານ Guterres ເນັ້ນໜັກວ່າ: ໂລກໄດ້ມີບັນດາພາຫະນະອັນຈຳເປັນເພື່ອແກ້ໄຂບັນດາບັນຫາຮີບດ່ວນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແຕ່ຄວາມມານະພະຍາຍາມນີ້ ຕ້ອງມີຄຳໝັ້ນສັນຍາດ້ານການເມືອງຂອງບັນດາການນຳໃນໂລກ, ໂດຍສະເພາະແມ່ນບັນດາການນຳກຸ່ມ G7. ຄຳຮຽກຮ້ອງຂອງທ່ານຖືກຍົກອອກມາ ໃນສະພາບການກອງປະຊຸມຂອງ ສປຊ ກ່ຽວກັບຕ້ານການປ່ຽນແປງຂອງດິນຟ້າອາກາດ ຈະດຳເນີນໄປໃນເດືອນໜ້າຢູ່ນີວຢອກ.

ທ່ານເລຂາທິການໃຫ່ຍ ສປຊ ຍັງຮຽກຮ້ອງປະເທດຕ່າງໆ ຈົ່ງເຂົ້າຮ່ວມກອງປະຊຸມ ຕ້ານການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ ໃນເດືອນກັນຍາຈະມາເຖິງເພື່ອພ້ອມກັນໃຫ້ຄຳໝັ້ນນສັນຍາລົບລ້າງປະລິມານອາຍເສຍ carbon ໃນປີ 2050 ກໍ່ຄືເພີ່ມລະດັບການໃຫ້ຄຳໝັ້ນສັນຍາຂອງແຕ່ລະປະເທດສຳລັບຂະບວນວິວັດແຫ່ງການກະທຳເພື່ອຕ້ານການປ່ຽນແປງຂອງດິນຟ້າອາກາດ.