ຖະ​ແຫຼງ​ການ​ຮ່ວມ​ໄດ້​ຢັ້​ງ​ຢືນ​ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ, ຮັບ​ຮູ້​ບັນ​ດາ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ໃນ​ທຸກ​ຂົງ​ເຂດ, ນັບ​ແຕ່​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ພະ​ລັງ​ງານ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ… ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ບັນ​ລຸ​ເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 1 ຕື້ USD ໃນ​ປີ 2030; ໃຫ້​ຄໍ​າ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ, ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ແກ່​ກັນ; ມຸ່ງ​ໄປ​ເຖິງ​ບາງ​ໂຄງ​ການ​ທີ່​ມີ​ລັກ​ສະ​ນະ​ເປັນສັນ​ຍາ​ລັກ​ໃນ​ບັນ​ດາ​ຂົງ​ເຂດ​ຄື ພື້ນ​ຖານ​ໂຄງ​ລ່າງ, ໂທ​ລະ​ຄົມ​ມະ​ນາ​ຄົມ, ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ, ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ເສດ​ສິນ​ໃນ​ນ້ຳ, ສະ​ບຽງ​ອາ​ຫານ, ການ​ຂາຍ​ຍ່ອຍ, logistics, ພື້ນ​ຖານ​ໂຄງ​ລ່າງ​ການ​ທ່ອງ​ທ່ຽວ ແລະ ພະ​ລັງ​ງານ​ທົດ​ແທນ.