ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ແຜນ​ຮ່າງ​ສະຫຼຸ​ບ​ມະ​ຕິ​ເລກ​ທີ 36 ລົງວັນ​ທີ 22 ຕຸ​ລາ 2018 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XII ກ່ຽວ​ກັບ​ຍຸດ​ທ​ະ​ສາດ​ພັດ​ທະ​ນາ ​ເສດ​ຖະ​ກິດ​ທະ​ເລ ຫວຽດ​ນາມ​ແບບ​ຍືນ​ຍົງ​ຈົນ​ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ຊີ້​ແຈ້ງວ່າ ຕ້ອງ​ປ່ຽນ​ແປງ​ໃໝ່​ຈິນ​ຕະ​ນາ​ການ ແລະ ວິ​ໄສ​ທັດ​ພັດ​ທະ​ນາ​ທະ​ເລ​ໃນ​ໄລ​ຍະ​ໃໝ່, ຈຸດ​ສຸມ​ແມ່ນ​ຕ້ອງ​ປ່ຽນ​ແປງ​ຢ່າງ​ແຮງ​ຈາກ​ຈິນ​ຕະ​ນາ​ການ​ເສດ​ຖະ​ກິດ​ທະ​ເລ​ໄປສູ່​ຈິນ​ຕະ​ນາ​ການ​ສະ​ຖານ​ທີ່​ພັດ​ທະ​ນາທະ​ເລ​ແຫ່ງ​ຊາດ​ຢ່າງ​ແຮງ. ທະ​ເລ​ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ຫຼື​ພັດ​ທະ​ນາ​ຂະ​ແໜງ​ເສດ​ຖະ​ກິດ​ຈຳ​ນວນ​ໜຶ່ງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ກຳ​ນົດ​ແມ່ນ​ເຂດ​ພັດ​ທະ​ນາ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ, ແມ່​ນສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ຜົນ​ປະ​ໂຫຍດ​ພັດ​ທະ​ນາ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ​ຕ້ອງ​ສ້າງ​ຮູ​ບ​ແບບ​ການ​ຄຸ້ມ​ຄອງ​ທະ​ເລ​ແຫ່ງ​ຊາດ​ທັນ​ສະ​ໄໝ. ໃນ​ມະ​ຕິ​ສະ​ບັບ​ໃໝ່​ຕ້ອງ​ມີ​ແຜນ​ນະ​ໂຍ​ບາຍ, ກຳ​ນົດ​ທິດ​ການ​ຄົ້ນ​ຄ້​ວາ, ສະ​ເໜີ​ຮູບ​ແບບ​ຄຸ້ມ​ຄອງ​ທະ​ເລ​ທີ່​ທັນ​ສະ​ໄໝ, ເປັນ​ເອ​ກະ​ພາບ, ລຸ​ລ່ວງ​ອີງ​ຕາມ​ຂໍ້​ມູນ ແລະ ການ​ວາງ​ແຜນ​ກຳ​ນົດເຂດ​ທະ​ເລ​ແຫ່ງ​ຊາດ.