ທ່າອາກາດສະຍານສາກົນ ເວິນໂດນ (ກ໋ວາງນິງ) ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກ (ພາບ: baochinhphu.vn)

ລັດຖະບານຕົກລົງເພີ່ມເຕີມດ່ານຊາຍແດນທ່າອາກາດສະຍານສາກົນ ເວິນໂດນ ເຂົ້າບັນຊີລາຍຊື່ດ່ານຊາຍແດນສາກົນທາງການບິນ ທີ່ອະນຸຍາດໃຫ້ຊາວຕ່າງປະເທດເຂົ້າ - ອອກເມືອງດ້ວຍວີຊາເອເລັກໂຕນິກ.

ຕາມມະຕິແລ້ວ, ມີດ່ານຊາຍແດນທາງການບິນ 8 ແຫ່ງ ທີ່ອະນຸຍາດໃຫ້ຊາວຕ່າງປະເທດ ເຂົ້າອອກເມືອງດ້ວຍວິຊາເອເລັກໂຕນິກ ລວມມີ: ດ່ານຊາຍແດນທ່າອາກາດສະຍານສາກົນ ໂນ້ຍບ່າຍ, ເຕິນເຊີນເຍິດ, ກາມແຣງ, ດ່ານັ້ງ, ກາດບີ, ເກິ່ນເທີ, ຝຸກວັກ, ຝຸບ່າຍ.