ທ່ານ Chris Hipkins ໃຫ້ຮູ້ວ່າ ນີ້ແມ່ນສິ່ງພິເສດ ແລະ ແມ່ນຄວາມຮັບຜິດຊອບໃຫຍ່ຫຼວງທີ່ສຸດໃນຊີວິດຂອງທ່ານ (ພາບ: CNN)

ກ່າວຄຳເຫັນພາຍຫຼັງເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ ຢູ່ ທຳນຽບຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ຢູ່ Wellington, ທ່ານ Chris Hipkins ໃຫ້ຮູ້ວ່າ ນີ້ແມ່ນສິ່ງພິເສດ ແລະ ແມ່ນຄວາມຮັບຜິດຊອບໃຫຍ່ຫຼວງທີ່ສຸດໃນຊີວິດຂອງທ່ານ.

ທ່ານນາຍົກລັດຖະມົນຕີ Hipkins ມີອາຍຸ 44 ປີ ແລະ ໄດ້ຮັບຖືວ່າເປັນນັກວາງແຜນນະໂຍບາຍຮັບມືກັບໂລກລະບາດໂຄວິດ - 19 ຂອງ ນິວຊີແລນ ແລະ ໄດ້ຮັບຄຳຍ້ອງຍໍຊົມເຊີຍ ເມື່ອປະຕິບັດໜ້າທີ່ດັ່ງກ່າວ.

ວົງການນັກສັງເກດການ ຖືວ່າ ໜ້າທີ່ໃຫຍ່ຫຼວງທີ່ສຸດຂອງທ່ານນາຍົກລັດຖະມົນຕີຄົນໃໝ່ Hipkins ແມ່ນຊອກຫາວິທີຟື້ນຟູການຫາສຽງສະໜັບສະໜູນຕໍ່ອຳນາດການປົກຄອງ ທີ່ພວມຖືກຫຼຸດລົງຕໍ່ໜ້າການເລືອກຕັ້້ງທີ່ຈະມາເຖິງ.