(ພາບ: VOV)
ວັນທີ 22 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເຈິ່ນເກິ້ມຕູ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ໄດ້ໃຫ້ການຕ້ອນຮັບຄະນະພະນັກງານຂັ້ນສູງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ຄຳພັນ ບຸນພາຄົມ, ຮອງລັດຖະມົນຕີກະຊວງຍຸຕິທຳລາວ, ເປັນຫົວໜ້າຄະນະ, ມາຄົ້ນຄ້ວາ, ແລກປ່ຽນຫົວເລື່ອງສະເພາະຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເຈິ່ນເກິ້ມຕູ ເນັ້ນໜັ້ກວ່າ ເລື່ອງສອງພັກຮັກສາການແລກປ່ຽນໃນທຸກຂັ້ນເປັນປະຈຳກ່ຽວກັບທິດສະດີ ແລະ ພຶດຕິກຳຕົວຈິງ ດ້ວຍຫຼາຍຫົວຂໍ້ທີ່ອຸດົມສົມບູນ, ແທ້ຈິງແລະ ມີຄວາມໝາຍສຳຄັນພິເສດ. ນັ້ນບໍ່ພຽງແຕ່ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາໃຫ້ແກ່ການພົວພັນສະໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ເທົ່ານັ້ນ ຫາກຍັງແມ່ນເວທີປາໄສເພື່ອໃຫ້ສອງຝ່າຍແບ່ງປັນບັນດາຜົນງານດ້ານທິດສະດີ ແລະ ບົດຮຽນປະສົບການຕົວຈິງ ໃນການສ້າງ, ປັບປຸງລະບົບການເມືອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງແຕ່ລະປະເທດໃນສະພາບການໃໝ່.
ສ່ວນທ່ານ ຄຳພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງຍຸຕິທຳລາວ ຢັ້ງຢືນຈະໝູນໃຊ້, ເສີມຂະຫຍາຍບັນດາຄວາມຮູ້, ບົດຮຽນທີ່ຖອດຖອນໄດ້ຈາກໂຄງການເຂົ້າໃນວຽກງານຕົນຈິງ, ປະກອບສ່ວນຢ່າງແທດຈິງເຂົ້າການສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງການພົວພັນແບບພິເສດ ລະຫວ່າງສອງພັກ, ສອງລັດ ລາວ ແລະ ຫວຽດນາມ.
