ຕອນ​ບ່າຍ​ວັນ​ທີ 13 ຕຸ​ລາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ ເຈິ່ນ​ເກິ້ມ​ຕູ ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​, ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງາ​ນ​ຂັ້ນ​ສູງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ​ໂດຍ​ທ່ານ​ ແກ້ວວິສຸກ ສົນລະພົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂລ​ຢີ ແລະ ການສື່ສານ ລາວ ເປັນ​ຫົວ​ໜ້າ​ຄະ​ນະ, ​ມາ​ຄົ້ນ​ຄ້​ວາ ແລະ ແລກ​ປ່ຽນ​ຫົວເລື່ອງ​ສະ​ເພາະ​ຢູ່ ຫວຽດ​ນາມ. ນະ​ທີ່​ນີ້, ທ່ານ​ເຈິ່ນ​ເກິມ​ຕູ້ ໄດ້​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃຫ້ແກ່​ພົວ​ພັນ​ກັບ​ລາວ, ຍາມ​ໃດ​ກ​ໍ່ ຮ່ຽງ​ບ່າ​ຮ່ຽງ​ໄຫຼ່, ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ປະ​ຊາ​ຊົນ​ລາວ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ; ທ່ານ​ສະ​ເໜີ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ ຫວຽດ​ນາມ ແລະ ລາວ​ສືບ​ຕໍ່​ປະ​ສານ​ສົມ​ທົບກັນ​ຢ່າງ​ແໜ້ນ​ແຟ້ນ; ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ບັນ​ດາ​ລາຍ​ການ​ຄົ້ນ​ຄ້ວ​າ, ​ແລກ​ປ່ຽນ​ຫົວ​ເລື່ອງ​ສະ​ເພາະ; ປະ​ສານ​ສົມ​ທົບ​ກັນ​ແລກ​ປ່ຽນ​ທິດ​ສະ​ດີ ກັບ​ການ​ສຳຫຼວດ​​ຕົວ​ຈິງ; ຄັດ​ເລືອກ​ບັນ​ດາ​ບົດ​ຮຽນ​ປະ​ສົບ​ການ​ແທ້​ຈິງ; ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ແຕ່​ລະ​ປະ​ເທດ​ເພື່​ອໝູນ​ໃຊ້ເຂົ້າ​ການ​ປະ​ຕິ​ບັດ​ງານ; ທ່ານ​ປາດ​ຖະ​ໜາ​ຢາກໃຫ້ ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ​ຕັ້ງ​ໜ້າ​ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ຂ​ອງ​ສອງ​ພັກ, ສອງ​ລັດ.

ສ່ວນ​ທ່ານ ​ ແກ້ວວິສຸກ ສົນລະພົມ ປາດ​ຖະ​ໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ ແລະ ການ​ປະ​ສົມ​ປະ​ສານ​ຂອງ​ບັນ​ດາ​ອົງ​ການ​ຫວຽດ​ນາມ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ຄະ​ນະ​ຈະ​ຄົ້ນ​ຄ້​ວາ, ໝູນ​ໃຊ້​ບັນ​ດາ​ຄວາມ​ຮູ້​ທີ່​ຖອ​ດ​ຖອນ​ມາ​ໄດ້​ເຂົ້າ​ການ​ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ​ຢູ່​ລາວ, ປະ​ກອບ​ສວ່ນ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອ​ງ​ປະ​ເທດ ຫວຽດ​ນາມ - ລາວ.