ຕາມທ່ານ ທານີແສງຣັດແລ້ວ, ຫວຽດນາມມີບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງແຮງທີ່ສຸດໂດຍໄວ. ດັ່ງນັ້ນ ຫວຽດນາມມີຜູ້ຕິດເຊື້ອຈຳນວນໜ້ອຍ ແລະ ຍັງບໍ່ມີຜູ້ໃດເສຍຊີວິດ. ນອກຈາກນັ້ນ, ຫວຽດນາມຍັງສົ່ງສິນຄ້າໜູນຊ່ວຍ, ອຸປະກອນການແພດໄປຍັງບັນດາປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກຈາກ ໂລກລະບາດ Covid – 19 ຄືອັງກິດ, ຊູແອັດ, ລັດເຊຍ, ອາເມລິກາ, ລາວ, ກຳປູເຈຍ…
ທ່ານ ເອກອັກຄະລັດຖະທູດ ໄທປະຈຳ ຫວຽດນາມ ທານີ ແສງຣັດ ຕີລາຄາສູງຫວຽດນາມໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19
(VOVWORLD) - ຫວຽດນາມແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດທີ່ສຸດໃນໂລກ ຖ້າຫາກເບິ່ງສັງເກດຕົວເລກຜູ້ຕິດເຊື້ອພະຍາດ Covid – 19.
