ໃນຂອບເຂດການຢ້ຽມຢາມສະຫະພາບ ເອີລົບ (ອີຢູ) ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ, ຕອນເຊົ້າວັນທີ 22 ຕຸລາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນ ຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມພົບປະຂັ້ນສູງ ກັບການນຳວິສາຫະກິດດີເດັ່ນ ເອີລົບ ແລະ ແບນຊິກ.
ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫ່ຍ ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມ ເພື່ອວາງອອກຄຳຮຽກຮ້ອງທີ່ສູງກ່ວາ ໃຫ້ແກ່ການຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ-ເອີລົບ, ຫວຽດນາມ-ແບນຊິກ: ບໍ່ພຽງແຕ່ເປີດກ້ວາງການຄ້າ ແລະ ການລົງທຶນເທົ່ານັ້ນ, ຫາກຍັງຕ້ອງຍົກສູງຄຸນນະພາບການຮ່ວມມື, ມາດຖານການພັດທະນາ, ຄວາມສາມາດແກ່ງແຍ້ງ ອີກດ້ວຍ. ຫວຽດນາມ ປາດຖະໜາຢາກໃຫ້ສອງຝ່າຍ ສືບຕໍ່ຂຸດຄົ້ນບັນດາທ່າໄດ້ປຽບຈາກສັນຍາການຄ້າເສລີລະຫວ່າງ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ ພ້ອມທັງຊຸກຍູ້ການໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ-ອີຢູ (EVIPA) ສຳເລັດ, ສ້າງພື້ນຖານນິດຕິກຳທີ່ສະດວກກ່ວາ ໃຫ້ແກ່ການເຄື່ອນໄຫວລົງທຶນໄລຍະຍາວ, ເປັນປົກກະຕິ ແລະ ຍືນຍົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ສຸມໃສ່ 3 ທິດທາງການຮ່ວມມືໃຫຍ່: ທີໜຶ່ງ, ການຮ່ວມມືພັດທະນາພື້ນຖານໂຄງລ່າງຍຸດທະສາດ, logistics, ທ່າກຳປັ່ນທະເລ, ພະລັງງານສະອາດ ແລະ ເສດຖະກິດໝູນວຽນ. ທີສອງ, ພ້ອມກັນຊຸກຍູ້ເຕັກໂນໂລຊີສູງ, ການຫັນເປັນດີຈີຕອນ, ປັນຍາປະດິດ, ເຄິ່ງຊັກນຳໄຟຟ້າ, ສາທາລະນະສຸກ, ການຢາ, ເຕັກໂນໂລຊີຊີວະສາດ ແລະ ກະສິກຳເຕັກໂນໂລຊີສູງ. ທີສາມ, ພ້ອມກັນຍົກລະດັບການຄ້າຂຶ້ນເປັນລະບົບມູນຄ່າທີ່ມີມາດຖານສູງ, ຍືນຍົງ ແລະ ມີຄວາມຮັບຜິດຊອບ. ສັນຍາ EVFTA ໄດ້ຊ່ວຍໃຫ້ສິນຄ້າສອງຝ່າຍເຂົ້າເຖິງຕະຫຼາດຢ່າງສະດວກກວ່າ. ແຕ່ໄລຍະຕໍ່ໄປຕ້ອງໄດ້ຮັບການຊ່ວຍເຫຼືອທຶນ, ເຕັກໂນໂລຊີ, ວິສາຫະກິດ, ມາດຕະຖານ ແລະ ລະບົບສະໜອງສອງຝ່າຍຕິດພັນກັນຢ່າງເລິກເຊິ່ງກວ່າອີກ.
