ກອງປະຊຸມທາງໄກທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ (ພາບ: VOV) |
ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມທາງໄກທົ່ວປະເທດ ເພື່ອຜັນຂະຫຍາຍໂຄງການກະທຳຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ ເພື່ອປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ເຂົ້າຮ່ວມແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
ກອງປະຊຸມຖືກຈັດຕັ້ງຂຶ້ນເພື່ອແນໃສ່ເຊື່ອມຊືມ, ຮັບປະກັນຄວາມເປັນເອກະພາບ, ຄົບຊຸດໃນການຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງສະມາຊິກ, ສະແດງຄວາມຕັດສິນໃຈສູງ ແລະ ສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ ໃນທົ່ວລະບົບແນວໂຮມປະເທດຊາດ, ອົງການຈັດຕັ້ງສະມາຊິກ ແລະ ປະຊາຊົນທຸກຊັ້ນວັນນະຢ່າງມີໄຊ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນຊີ້ນຳກອງປະຊຸມ (ພາບ: VOV) |
“ໜຶ່ງໃນບັນດາໜ້າທີ່ກວມລວມ ແລະ ມີຄວາມສຳຄັນແຖວໜ້າຂອງແນວໂຮມປະເທດຊາດ ແມ່ນສືບຕໍ່ກໍ່ສ້າງ ແລະ ເພີ່ມທະວີການປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະ, ຮັບປະກັນຄວາມເປັນເອກະພາບສູງກ່ຽວກັບຄວາມຮັບຮູ້, ແນວຄິດ ແລະ ການກະທຳ, ຢຶດໝັ້ນເປົ້າໝາຍເອກະລາດແຫ່ງຊາດ ແລະ ສັງຄົມນິຍົມ, ເດັດດ່ຽວ, ຢຶດໝັ້ນປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ, ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ, ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ.”


