ຕອນ​ເຊົ້າ​ວັນ​ທີ 14 ກັນ​ຍາ, ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ (ຮ່າ​ໂນ້ຍ), ທ່ານ​ສາດ​ສະ​ດາ​ຈານ, ປ.ອ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມໄດ້​ແລກ​ປ່ຽນ ແລະ ຖ່າຍ​ທອດ​ຫົວ​ຂໍ້: ການ​ນຳ​ຍຸດ​ທະ​ສາດ​ໃນ​ສັງ​ກາດ​ໃໝ່: ວິ​ໄສ​ທັດ 100 ປີ - ຈິນ​ຕະ​ນາ​ການ​ບຸກ​ທະ​ລຸ - ສ້າງ​ສັນ​ພັດ​ທະ​ນາ - ຄຸ້ມ​ຄອງ​ປະ​ຕິ​ບບັດກັບ​ບັນ​ດາ​ນັກ​ສຳ​ມະ​ນາ​ກອນ​ພວມ​ເຂົ້າ​ຮ່ວມ​ໂຄງ​ການ​ບຳ​ລຸງ, ອັບ​ເດດ​ຄວາມ​ຮູ້​ສຳ​ລັບກຳມະກາຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ສະໄໝ​ທີ XIV (ຊຸດຣຽນທີ 2).

ຫົວ​ຂໍ້​ຂອງ​ບົດ​ສອນ​ມີ 4 ເສົາ​ຄ້ຳ: ວິ​ໄສ​ທັດ 100 ປີ - ຈິນ​ຕະ​ນາ​ການ​ບຸກ​ທະ​ລຸ - ສ້າ​ງ​ສັນ​ພັດ​ທະ​ນາ - ບໍລິຫານປະ​ຕິ​ບັດ. ການ​ກະ​ທຳ: ມີ​ຄວາມ​ຮັບ​ຮູ້​ຖືກ​ຕ້ອງ - ເຫັນ​ໄກ - ເລືອກ​ໃຫ້ຖືກ​ຕ້ອງ - ສ້າງ​ເງື່ອນ​ໄຂ​ຄົບ​ຖ້ວນ - ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ - ກວ​ດ​ກາ, ປັບ​ປຸງ.

ໃນ​ນັ້ນ, ເນັ້ນໜັກ​ເຖິງ​ເນື້ອ​ໃນ​ສັງ​ກາດ​ໃໝ່ ແລະ ຄວາມ​ຮຽກ​ຮ້ອງ​ຮັກ​ສາ​ຢ່າງ​ມີ​ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ພັດ​ທະ​ນາ​ຕໍ່​ໜ້າ​ການ​ຜັນ​ແປ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຍົກ​ໃຫ້​ເຫັນ​ຢ່າ​ງ​ຈະ​ແຈ້ງ​ຈຸດ​ໃໝ່​ພົ້ນ​ເດັ່ນ​ໃນ​ຈິນ​ຕະ​ນາ​ການ​ພັດ​ທະ​ນາ ແມ່ນ​ຕັ້ງການ​ພັດ​ທະ​ນາ, ສະ​ຖຽນ​ລະ​ພາບ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພົບ. ສິ​້ນ​ສຸດ​ເນື້ອ​ໃນ​ແລກ​ປ່ຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຕ້ອງ​ປະ​ຕິ​ບັດແງ່​ຫວັງ​ໃຫຍ່​ ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ​ດ້ວຍ​ວິໄສ​ທັດ​ຖືກ​ຕ້ອງ, ນະ​ໂຍ​ບາຍ​ຊີ້​ຂາດ​ທີ່​ມີຫຼັກ​ຖານ ແລະ ​ການ​ກະ​ທຳ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ.