ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ​ດ້ວຍ​ພື້ນ​ຖານ ແລະ ທ່າ​ແຮງ​ໃນ​ການ​ບຳ​ລຸງ​ສ້າງ, ທາງ​ໂຮງ​ຮຽນ​ຕ້ອງ​ປະ​ກອບ​ສ່ວນ​ຢ່າງ​ສົມ​ຄູ່​ກ່​ວາ​ເຂົ້າ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ, ສ້າງ​ລະ​ບອບ​ລະບຽບ​ການ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ; ຕ້ອງ​ບືນ​ຕົວ​ຂຶ້ນ​ບັນ​ດາ​ມາດ​ຖານ​ກ້າວ​ໜ້າ​ໃນ​ການ​ບຳ​ລຸງ​ກໍ່​ສ້າງ, ຄົ້ນ​ຄ້​ວາ ແລະ ຮັບ​ໃຊ້​ສັງ​ຄົມ, ຢັ້ງ​ຢືນ​ອິດ​ທິ​ພົນ​ຊື່​ສຽງ​ໃນ​ພາກ​ພື້ນ​ແລະ ສາ​ກົນ.

ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ຫຼັກ​ສູດ, ວິ​ທີ​ການ​ບຳ​ລຸງ​ສ້າງ, ຮັບ​ປະ​ກັນ​ຄວາມ​ຮູ້​ພື້ນ​ຖານ, ຍົກ​ສູງ​ຄວາມ​ສາ​ມາດ​ໝູນ​ໃຊ້ ແລະ ແກ້​ໄຂ​ບັນ​ຫາ. ພັດ​ທະ​ນາ​ການ​ບຳ​ລຸງ​ສ້າງ​ລະ​ຫວ່າງ​ຂະ​ແໜງ, ເຊື່ອມ​ຕໍ່​ເສດ​ຖະ​ກິດ, ຄຸ້ມ​ຄອງ​ເຕັກ​ໂນ​ໂລ​ຢີ, ຂໍ້​ມູນ​ຂ່າວ​ສານ ແລະ ກົດ​ໝາຍ; ນຳ​ໝາກ​ຜົນ​ຂອງ​ການ​ຄົ້ນ​ຄ້​ວາ ແລະ ບັນ​ດາ​ບັນ​ຫາ​ຕົວ​ຈິງ ເຂົ້າ​ການ​ສິດ​ສອນ. ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ພາ​ສາ​ຕ່າງ​ປະ​ເທດ, ຄວາມ​ສາ​ມາດ​ດີ​ຈີ​ຕອນ, ຈິນ​ຕະ​ນາ​ການ​ຕີ​ລາ​ຄາ ແລະ ຄວາມ​ສາ​ມາດ​ຮ່ຳ​ຮຽນ​ຕະຫຼອດ​ຊີ​ວິດ. ການ​ນຳ​ໃຊ້​ປັນ​ຍາ​ປະ​ດິດ ຕ້ອງ​ຊ່ວຍ​ນັກ​ຮຽນ​ມີ​ຄວາມ​ເຂົ້າ​ໃຈ​ເລິກ, ຮູ້ກວດ​ກາ​ຂໍ້​ມູນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ໝາກ​ຜົນ​ໃນ​ການ​ຮ່ຳ​ຮຽນ.