ໂດຍ​ເນັ້ນ​ໜັກ​ເຖິງ​ການ​ພົວ​ພັນ​ສອງ​ປະ​ເທດ​ທີ່ຍາມ​ໃດ​ກໍ່​ດີ​ງາມ​ໃນ​ຕະຫຼອດຫຼາຍ​ປີ​ຜ່ານ​ມາ, ການ​ນຳ​ລັດ​ຖະ​ສະ​ພາ​ແບນ​ຊິກ ສະ​ແດງ​ຄວ​າມ​ຊົມ​ເຊີຍ​ທີ່​ໄດ້​ແຈ້ງວ່າ ສະ​ພາ​ຕ່ຳ​ແບນ​ຊິກ​ໄດ້​ລົງ​ມະ​ຕິ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ ຫວຽດ​ນາມ - ສະ​ຫະ​ພາບ ເອີ​ລົບ(EVIPA) ຢ່າງ​ເປັນ​ທາງ​ການ​ໃນ​ຄ່ຳ​ຄືນ​ວັນ​ທີ 22 ຕຸ​ລາ 2026, ກ່ອນ​ການ​ພົບ​ປະ; ຄຳຢັ້ງ​ຢືນ​ນີ້ແມ່ນ​ພະ​ຍານຫຼັກ​ຖານ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ໃຫ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕັດ​ສິນ​ໃຈ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ. ການ​ນຳ​ລັດ​ຖະ​ສະ​ພາ​ແບນ​ຊິກ​ກໍ່​ຕີ​ລາ​ຄາ​ສູງ​ເລື່ອງ ຫວຽດ​ນາມ ໝູນ​ໃຊ້​ນະ​ໂຍບ​າຍ​ຍົກ​ເວັ້ນ​ວີ​ຊ​າໃຫ້​ພົນ​ລະ​ເຮືອນ ແບນ​ຊິກ ດ້ວຍ​ເວ​ລາ​ພັກ​ເຊົາ​ຫຼາຍ​ສຸດ​ແມ່ນ 45 ວັນ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຊອກ​ຮູ້ ແລະ ພົບ​ປະ​ແລກ​ປ່ຽນ​ຫຼາຍກວ່າ​ອີກ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ທ່​ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເປັນ​ພິ​ເສດ​ຕໍ່​ສະ​ພາ​ຕ່ຳ​ແບນ​ຊິກ​ທີ່​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ EVIPA ໃນ​ການ​ຢ້ຽມ​ຢາມ, ທ່ານ​ເຊື່ອ​ໝັ້ນ​ວ່າ ການ​ໃຫ້​ສັດ​ຕະ​ຍາ​ບັນ EVIPA ຈະສ້າງ​ຄວາມ​ສະ​ດວກຫຼາຍ​ຢ່າງ​ຕື່ມ​ອີກໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປ​ະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ທັງ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ເລື່ອງ​ສະ​ພາ​ຕ່ຳ​ແບນ​ຊິກ ແມ່ນ​ອົງ​ການ​ນິ​ຕິ​ບັນ​ຍັດ​ຕ່າງ​ປະ​ເທດ​ທຳ​ອິດ ແລະ ໜຶ່ງ​ດຽວ​ມາ​ຮອດ​ປັດ​ຈຸ​ບັນ ຮັບ​ຮອງ​ເອົາມະ​ຕິ​ຮຽກ​ຮ້ອງ​ການ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ຫວຽດ​ນາມ (ເດືອນ​ຕຸ​ລາ 2023), ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ມິດ​ຕະ​ພາບ, ຈິດ​ໃຈ​ມະ​ນຸດ​ສະ​ທຳ ແລະ ການ​ແບ່ງ​ປັນ​ຢ່າງ​ຈິງ​ໃຈ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ​ຢູ່ ຫວຽດ​ນາມ.