ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ຕ້ອງ​ເລືອກ​ຖືກ​ທິດບຸ​ລິ​ມະ​ສິດ, ກຳ​ນົດ​ແຈ້ງ​ວ່າ ກຳ​ລັງຄວາມ​ສາ​ມາດທີ່ຕ້ອງ​​ສ້າງ, ຜະ​ລິດ​ຕະພັນທີ່​ຕ້ອງສ້າງ ແລະ ຄູ່​ຮ່ວມ​ມື​ທີ່​ຈະພ້ອມ​ກັນ​ປະ​ຕິ​ບັດ​ກັບ​ຄູ່​ຮ່ວມ​ມື. ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ອອກ​ແບບ, ປະ​ດິດ​ແຕ່ງ, ຊ່ວຍ​ວິ​ສາ​ຫະ​ກິດ ປັບ​ປ​ຸງ​ກ​ານຜະ​ລິດ​ ແລະ ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ​ຢ່າງ​ເລິກ​ເຊິ່ງ. ນັ້ນ​ແມ່ນ​ຄຳ​ຮຽກ​ຮ້ອງຂອງ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຢູ່​ພິ​ທີ​ໂຮມ​ຊຸມ​ນຸມ​ມິດ​ຕິງ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ (15/10/1956 - 15/10/2026) ແລະ ພິ​ທີ​ປະ​ດັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ.

ພິ​ທີ​ປະ​ດັບຫຼຽນ​ໄຊ​ແຮງ​ງາ​ນ​ຊັ້ນ​ໜຶ່ງ​ໃຫ້​ແກ່ ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ແລະ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮູ້​ສຶກ​ພາກ​ພູມ​ໃຈ​ຕໍ່​ບັນ​ດາ​ພື້​ນ​ຖານ​ໂດຍ ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ສ້າງ​ຂຶ້ນ, ໂດຍ​ມີ​ຄູ​ອາ​ຈານທີ່​ກ່ຽວ​ຂ້ອງ​ຂະ​ແໜງກວ່າ 1000 ຄົນ, 76,2% ຈຳ​ນວນ​ຄູ​ອາ​ຈານ​ມີ​ລະ​ດັບ​ປະ​ລິນ​ຍາ​ເອກ ແລະ ມີ​ທ່າ​ແຮງ​ລະ​ຫວ່າງ​ຂະ​ແໜງ​ທີ່ກວ້າງ​ໃຫຍ່ ດ້ວຍ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຖັນ​ແຖວ​ຄູ​ອາ​ຈານ, ນັກ​ວິ​ທະ​ຍາ​ສາດ ແມ່ນ​ທ່າ​ແຮງ​ບົ່ມ​ຊ້ອນ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ໃຫຍ່​ຂອງ​ປະ​ເທດ​ຊາດ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສະ​ເໜີ ສ້າງ ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ຮ່າ​ໂນ້ຍ ກາຍ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ຄົ້ນ​ຄວ້າ​ດີ​ເດັ່ນ, ມີ​ກຳ​ລັງ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ເອົາ​ບັນ​ດາ​ໜ້າ​ທີ່​ໃຫຍ່​ຂອງ​ປະ​ເທດ​ຊາດ. ເປົ້າ​ໝາຍນອນ​ໃນ​ກຸ່ມ 100 – 150 ມະ​ຫາ​ວິ​ທະ​ຍ​າ​ໄລ​ແຖວ​ໜ້າ​ອາ​ຊີ ໃນ​ປີ 2035 ຕ້ອງ​ໄດ້​ຮັບ​ການ​ເສີມ​ສ້າງ​ດ້ວຍ​ຄຸນ​ນະ​ພາບ​ບຳ​ລຸງ​ກໍ່​ສ້າງ, ຄ​ົ້ນ​ຄ້​ວາ, ອິດ​ທິ​ພົນ​ຊື່​ສຽງ​ດ້ານ​ວິ​ຊາ​ການ ແລະ ປະ​ກອບ​ສ່ວນ​ໃຫ້​ປະ​ເທດ​ຊາດ.