ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ແລະ ຄະນະປະຕິບັດງານສູນກາງໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຕ້ອງກຳນົດຢ່າງຈະແຈ້ງທີ່ຕັ້ງ, ພາລະກຳ ແລະ ຄວາມຮຽກຮ້ອງຕ້ອງການໃນການພັດທະນາສະຖາບັນໃນໄລຍະໃໝ່. ໃນນັ້ນ, ສະຖາບັນຕ້ອງປະຕິບັດຢ່າງຄົບຖ້ວນ, ຄົບຊຸດ ແລະ ນັບມື້ນັບຍົກສູງຄຸນນະພາບບັນດາບົດບາດໜ້າທີ່ທີ່ໄດ້ຮັບການມອບໝາຍ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ແລ້ວ, ແຕ່ລະຂົງເຂດຕ້ອງສ້າງບັນດາຜະລິດຕະພັນທີ່ມີຄຸນຄ່າດ້ານທິດສະດີ, ພຶດຕິກຳຕົວຈິງ, ຮັບໃຊ້ວຽກງານກໍ່ສ້າງພັກ, ກໍ່ສ້າງລະບົບການເມືອງ ແລະ ຖັນແຖວພະນັກງານໂດຍກົງ, ຈັດຕັ້ງປະຕິບັດຕາມແນວທາງ, ແຜນນະໂຍບາຍ, ນະໂຍບາຍ.
