ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: Reuters) |
ສປຊ ໄດ້ປຸກລະດົມການປະກອບເງິນຊ່ວຍເຫຼືອ 2,6 ຕື້ USD ເພື່ອການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ປະຊາຊົນ ໂຊມາລີ ແຕ່ມາຮອດປັດຈຸບັນ ຫາກໍເກັບໄດ້ປະມານ 13% ຈຳນວນເງິນດັ່ງກ່າວ. ສປຊ ຄາດວ່າປະຊາກອນ ໂຊມາລີ ເຄິ່ງໜຶ່ງ ພວມຕ້ອງການການຊ່ວຍເຫຼືອມະນຸດສະທຳໃນປີນີ້, ຍ້ອນໄພແຫ້ງແລ້ງຢູ່ປະເທດນີ້. 70% ການເຄື່ອນໄຫວເສດຖະກິດ ແລະ ການເຄື່ອນໄຫວຂອງວິສາຫະກິດຕ່າງໆຢູ່ ໂຊມາລີ ຕ້ອງຢຸດໄວ້ ຫຼື ຖືກຜົນສະທ້ອນສ່ວນໃດໜຶ່ງ ຍ້ອນລາຄາໄຟ ແລະ ບັນດາປັດໄຈສົ້ນອອກການຜະລິດເພີ່ມຂຶ້ນສູງ, ເຮັດໃຫ້ສະພາບການກຳມະກອນ ແລະ ພາລະກອນຕ້ອງພັກການໃນວົງກວ້າງ.

