ທ່ານເລຂາທິການໃຫຍ່ ສປຊ Antonio Guterres (ພາບ: UN) |
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ ຊາວອີີີຣັກຈົ່ງລະງັບໃຈພ້ອມທັງປະຕິເສດການໃຊ້ຄວາມຮຸນແຮງ ແລະ ທຸກກົນອຸບາຍທີ່ກໍ່ຄວາມຂາດສະຖຽນລະພາບຢູ່ ອີີຣັກ. ທ່ານ Antonio Guterres ກໍ່ເລັ່ງທວງທຸກພາກສ່ວນການເມືອງ ຮັກສາຄວາມເປັນລະບຽບຮຽບຮ້ອຍຕາມລັດຖະທຳມະນູນ ແລະ ແກ້ໄຂຄວາມບໍ່ລົງລອຍກັນຜ່ານການເຈລະຈາແບບກວມລວມ ແລະ ສັນຕິພາບ. ຕາມທ່ານ ເລຂາທິການໃຫຍ່ Antonio Guterres ແລ້ວ, ສປຊ ຈະສືບຕໍ່ຄຽງບ່າຄຽງໄຫຼ່ ກັບປະຊາຊົນ ແລະ ລັດຖະບານ ອີຣັກໃນຄວາມມານະພະຍາຍາມ ມຸ່ງໄປເຖິງ ອະນາຄົດທີ່ສົດໄສກ່ວາອີກ.

