ພາບປະກອບ: AFP/TTXVN

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ສຳນັກຂ່າວສານ ສປຊ, ທ່ານເລຂາທິການໃຫຍ່ Antonio Guterres ໃຫ້ຮູ້ວ່າ ໄດ້ຈັດສົ່ງທ່ານ Martin Griffiths ຮອງເລຂາທິການໃຫຍ່ ຮັບຜິດຊອບກ່ຽວກັບບັນຫາມະນຸດສະທຳ ໄປຍັງມົດສະກູ ແລະ Kiev ນັບແຕ່ຕົ້ນເດືອນນີ້ ແລ້ວ ເພື່ອຊອກຫາມາດຕະການ ໃຫ້ທັງສອງຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງ, ອະນຸຍາດໃຫ້ຍົກຍ້າຍປະຊາຊົນອອກຈາກເຂດສົງຄາມ ຄື Mariupol ແຕ່ມີຄວາມເປັນໄປໄດ້ສູງວ່າ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງ.

ໄປຄຽງຄູ່ກັນນັ້ນ, ການນຳ ສປຊ ກໍ່ຮຽກຮ້ອງໃຫ້ກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ໜູນຊ່ວຍດ້ານການເງິນໃຫ້ແກ່ປະເທດທຸກຍາກທີ່ກຳລັງປະສົບກັບ ວິກິດການເສດຖະກິດ ຍ້ອນຜົນສະທ້ອນຈາກການປະທະກັນຢູ່ຢູແກຼນ ໂດຍໄວ. ທ່ານເລຂາທິການໃຫຍ່ ສປຊ ກໍ່ກ່າວເຕືອນ ສະພາບການລາຄາເພີ່ມຂຶ້ນສູງ ອາດຈະກໍ່ການຂາດສະຖຽນລະພາບດ້ານການເມືອງ ແລະ ສັງຄົມ.